• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2022 ມີ​ຄ​ວາມ​ໝາຍ​ສຳ​ຄັ​ນ​ພິ​ເສດ​ຕໍ່ 2 ປະ​ເທດ ລາວ ແລະ ຫ​ວຽດ​ນາມ

ສປປ ລາວ ຫາກໍ່ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການກະກຽມໃຫ້ວຽກງານຈັດຕັ້ງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ສປປ ລາວ ຫາກໍ່ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການກະກຽມໃຫ້ວຽກງານຈັດຕັ້ງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. 

ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ຮັບຜິດຊອບການສະເຫຼີມສະຫຼອງປີສາມັກຄີ ລາວ - ຫວຽດນາມ 2022 (ພາບ: lnr.org.la )

ກ່າວຄຳເຫັນຢູ່ນີ້, ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ຮັບຜິດຊອບການສະເຫຼີມສະຫຼອງປີສາມັກຄີ ລາວ - ຫວຽດນາມ 2022 ໄດ້ເນັ້ນໜັກວ່າ ປີ 2022 ມີຄວາມໝາຍສຳຄັນພິເສດຕໍ່ 2 ປະເທດ ລາວ ແລະ ຫວຽດນາມ. 2 ປະເທດຈະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງສາຍພົວພັນການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022). ການສະເຫຼີມສະຫຼອງ 2 ວັນປະຫວັດສາດທີ່ມີຄວາມໝາຍສຳຄັນຕໍ່ພັກ, ລັດ ກໍ່ຄືປະຊາຊົນ 2 ປະເທດ ລາວ ແລະ ຫວຽດນາມ, ເປັນໂອກາດເພື່ອທົບທວນຄືນມູນເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຕັ້ງແຕ່ໄລຍະຕໍ່ສູ້ປົດປ່ອຍປະເທດຊາດຕະຫຼອດຮອດໄລຍະສ້າງສາ ແລະ ພັດທະນາປະເທດຊາດປະຈຸບັນ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວດຳເນີນຊີວິດດ້ານການເມືອງແນວຄິດໃຫຍ່ສຳລັບພະນັກງານ, ພາລະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນທຸກຄົນ, ພິເສດແມ່ນຄົນລຸ້ນໜຸ່ມ ໄດ້ຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງກ່ຽວກັບສາຍພົວພັນ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top