• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2022, ຂະແໜງສາທາລະນະສຸກໄດ້ລື່ນກາຍ ແລະ ບັນລຸທັງ 3 ຄາດໝາຍເຊິ່ງສະພາແຫ່ງຊາດມອບໝາຍໃຫ້

ປີນີ້, ກະຊວງສາທາລະນະສຸກ ໄດ້ວາງເປົ້າໝາຍພັດທະນາລະບົບສາທາລະນະສຸກຢ່າງຍຸຕິທຳ, ມີຄຸນນະພາບ, ປະສິດທິຜົນ, ຍືນຍົງ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)  

ຕອນເຊົ້າວັນທີ 24 ກຸມພາ, ຈາກສະຖານທີ່ເຊື່ອມຕໍ່ຫຼັກຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມທາງໄກຜັນຂະຫຍາຍວຽກງານຂະແໜງສາທາລະນະສຸກປີ 2023 ກັບ 63 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ຕາມບົດລາຍງານຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ຂໍ້ຈຳກັດ, ການຜັນແປໃນປີ 2022 ກໍ່ຕາມ, ແຕ່ຂະແໜງສາທາລະສຸກຍັງບັນລຸ ແລະ ລື່ນກາຍ 3/3 ຄາດໝາຍດ້ານເສດຖະກິດ - ສັງຄົມຫຼັກ ເຊິ່ງສະພາແຫ່ງຊາດມອບໝາຍໃຫ້. ລະອຽດແມ່ນ: ຄາດໝາຍທ່ານໝໍ 9,4 ຄົນຮັບຜິດຊອບໃນຈຳນວນປະຊາຊົນ 10.000 ຄົນ, ຜ່ານການປະຕິບັດຕົວຈິງ ທ່ານໝໍບັນລຸໄດ້ 11,5 ຄົນ; ຄາດໝາຍ 29,5 ຕຽງນອນໃນຈຳນວນປະຊາຊົນ 10.000 ຄົນ, ຜ່ານການປະຕິບັດຕົວຈິງຕຽງນອນບັນລຸ 31 ຕຽງ; ອັດຕາ 92% ຈຳນວນພົນລະເມືອງເຂົ້າຮ່ວມປະກັນສຸຂະພາບ, ຜ່ານການປະຕິບັດແມ່ນໄດ້ 92,03% ຈຳນວນພົນລະເມືອງ.

ປີນີ້, ກະຊວງສາທາລະນະສຸກ ໄດ້ວາງເປົ້າໝາຍພັດທະນາລະບົບສາທາລະນະສຸກຢ່າງຍຸຕິທຳ, ມີຄຸນນະພາບ, ປະສິດທິຜົນ, ຍືນຍົງ, ສຸມໃສ່ຄວບຄຸມໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນ ແລະ ບັນດາພະຍາດເກີດມາໃໝ່; ເພີ່ມທະວີການແພດຂັ້ນຮາກຖານ, ການແພດປ້ອງກັນ, ຍົກສູງກຳລັງຄວາມສາມາດໃນການປິ່ນປົວຢູ່ທຸກຂັ້ນ; ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ; ແກ້ໄຂສະພາບຂາດແຫຼ່ງຊັບພະຍາກອນ, ຢາ, ອຸປະກອນການແພດໃຫ້ໄດ້.

ເນື່ອງໃນໂອກາດຈັດກອງປະຊຸມ ແລະ ສະເຫຼີມສະຫຼອງ 68 ປີແຫ່ງວັນແພດໝໍ ຫວຽດນາມ (27 ກຸມພາ 1955 – 27 ກຸມພາ 2023), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຄຳຕອບບຸນແທນຄຸນເຖິງແພດໝໍ, ພະນັກງານ, ພາລະກອນ, ລັດຖະກອນ, ກຳມະກອນຂະແໜງສາທາລະນະສຸກ ໃນທົ່ວປະເທດ; ພ້ອມທັງສະເໜີໃຫ້ຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ສະມາຄົມ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ປະຊາຊົນສືບຕໍ່ຮ່ວມເດີນທາງ, ເອົາໃຈໃສ່, ສ້າງເງື່ອນໄຂ, ແບ່ງປັນ, ສະໜັບສະໜູນຂະແໜງການແພດ, ປະກອບສ່ວນນຳຂະແໜງການແພດ ພັດທະນາໄວ, ຍືນຍົງ, ປະຕິບັດໜ້າທີ່ເບິ່ງແຍງດູແລ, ຮັກສາ, ຍົກສູງສຸຂະພາບຂອງປະຊາຊົນໃຫ້ດີກ່ວາອີກ.

 

(ແຫຼ່ງຄັດຈາກ VOV)

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມື, ພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

Top