• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີທ່ອງທ່ຽວແຫ່ງຊາດ 2026 - ໂອກາດໂຄສະນາບັນດາຄຸນຄ່າວັດທະນະທຳ, ທຳມະຊາດ ແລະ ຄົນເຂດດິນແດນ ໄຕງວຽນ

ການຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສ້າງກຳລັງກະຕຸ້ນໃຫ້ແກ່ຕະຫຼາດ, ເຊື່ອມຕໍ່ເຂດ, ປ່ຽນແປງໃໝ່ຜະລິດຕະພັນ, ຄຸນນະພາບ ແລະ ຍົກສູງເຄື່ອງໝາຍການຄ້າທ່ອງທ່ຽວແຫ່ງຊາດໃນທົ່ວໂລກ.
  ທີ່ກອງປະຊຸມຖະແຫຼງຂ່າວສານກົນ (ພາບ: cand.com.vn)  

ຕອນບ່າຍວັນທີ 05 ມີນາ, ຢູ່ສູນກອງປະຊຸມສາກົນ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສານກົນ ສະໜອງຂໍ້ມູນກ່ຽວກັບປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026.

        ປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ມີຫົວຂໍ້: ຢາລາຍ - ພູຜາໂອບກອດທະເລ (Gia Lai - Mountains embrace the sea), ແມ່ນເຫດການທີ່ມີຄວາມໝາຍສຳຄັນໃນການໂຄສະນາ, ແນະນຳພາບພົດຈຸດນັດພົບ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ; ເຊີດຊູຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງ ຢາລາຍ ແລະ ຫວຽດນາມ.

ຕາມທ່ານ ໂງເລວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສ້າງກຳລັງກະຕຸ້ນໃຫ້ແກ່ຕະຫຼາດ, ເຊື່ອມຕໍ່ເຂດ, ປ່ຽນແປງໃໝ່ຜະລິດຕະພັນ, ຄຸນນະພາບ ແລະ ຍົກສູງເຄື່ອງໝາຍການຄ້າທ່ອງທ່ຽວແຫ່ງຊາດໃນທົ່ວໂລກ.

 “ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທ່ອງທ່ຽສຳຄັນເທົ່ານັ້ນຫາກຍັງແມ່ນໂອກາດເພື່ອໃຫ້ ຢາລາຍ ແນະນຳບັນດາຄຸນຄ່າວັດທະນະທຳທາງທຳມະຊາດ ແລະ ຄົນ ທີ່ເປັນເອກະລັກສະເພາະຂອງເຂດດິນແດນ ໄຕງວຽນ ກັບໂລກອີກດ້ວຍຂ້າພະເຈົ້າເຊື່ອໝັ້ນວ່າ ການສົມທົບກັນຂອງສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຢາລາຍຈິນຕະນາການພັດທະນາທີ່ຂະຫຍັນຂັນເຄື່ອນຂອງທ້ອງຖິ່ນ ແລະ ການຮ່ວມເດີນທາງຂອງຂະແໜງການທູດ ຈະສ້າງການແຜ່ກະຈາຍຢ່າງແຮງ ແລະ ນຳ ຢາລາຍ ກາຍເປັນຈຸພົ້ນເດັ່ນຂອງການທ່ອງທ່ຽວ ຫວຽດນາມ ໃນຊຸມປີຈະມາເຖິງ.

ພິທີໄຂປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ຈະໄດ້ຈັດຂຶ້ນຢູ່ຕາແສງ ກຸຍເຍິນ ໃນເດືອນ ມີນາ ນີ້.        

(ແຫຼ່ງຄັດຈາກ VOV)

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ປະ​ເທດ ສ​ປ​ປ.ລາວ ແລະ ບຸນປີ​ໃໝ່ Chol Chhnam Thmey ຂອງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ບັນ​ດາ​ການ​ນຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.

Top