ຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດ
ຕາມບັນດາຕົວເລກທີ່ເຈົ້າໜ້າທີ່ຮັບຜິດຊອບຂອງ ອິນເດເນເຊຍ ໄດ້ປະກາດໃຫ້ຮູ້ວ່າ, ໄລ່ຮອດວັນທີ 04 ທັນວາ, ອິນໂດເນເຊຍ ໄດ້ຮັບຮູ້ມີຜູ້ເສຍຊີວິດກວ່າ 800 ຄົນ ແລະ ມີກວ່າ 560 ຄົນຖືກຫາຍສາບສູນຍ້ອນຝົນຕົກນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢູ່ບັນດາແຂວງ Aceh, Sumatra ເໜືອ ແລະ Sumatra ຕາເວັນຕົກ. ປະມານ 1,5 ລ້ານຄົນຖືກຜົນກະທົບຈາກຝົນຕົກນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ໃນນັ້ນ ເກືອບ 600.000 ຄົນ ຕ້ອງຍົກຍ້າຍໄປບ່ອນປອດໄພ.
ໃນຂະນະນັ້ນ, ອຳນາດການປົກຄອງ ສີລັງກາ ໃຫ້ຮູ້ວ່າ ເຫດນ້ຳຖ້ວມໃນທ້າຍເດືອນພະຈິກ ຢູ່ປະເທດນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 479 ຄົນ, ນັບຮ້ອຍຄົນຫາຍສາບສູນ, ຄາດວ່າຈະສົ່ງຜົນເສຍຫາຍທາງດ້ານເສດຖະກິດຂຶ້ນເຖິງ 7 ຕື້ USD. ສະພາບການຢູ່ ສີລັງກາ ໃນຊຸມວັນຈະມາເຖິງອາດຈະຮ້າຍແຮງຂຶ້ນຕື່ມ, ເມື່ອວັນທີ 04 ທັນວາ, ບັນດານັກຊ່ຽວຊານໄດ້ຄາດຄະເນວ່າ ພາຍຸລົມມໍລະສູນຕາເວັນອອກສ່ຽງເໜືອໃກ້ຈະກໍ່ຕົວຂຶ້ນ, ເຮັດໃຫ້ເພີ່ມຄວາມສ່ຽງເກີດສະພາວະດິນເຊາະເຈື່ອນຢູ່ບັນດາເຂດພາກກາງ. ຢູ່ພາກໃຕ້ປະເທດ ໄທ, ນ້ຳຖ້ວມຢູ່ແຂວງ ສົງຂາ ເມື່ອທ້າຍເດືອນພະຈິກຜ່ານມາ ກໍເຮັດໃຫ້ມີຜູ້ເສຍຊີວິດ 162 ຄົນ, ເຮັດໃຫ້ປະຊາຊົນກວ່າ 40.000 ຄົນຕ້ອງຍົກຍ້າຍໄປຍັງບ່ອນປອດໄພ. ຢູ່ ຟີລິບປິນ, ນ້ຳຖ້ວມປີນີ້ກໍເຮັດໃຫ້ນັບຮ້ອຍຄົນເສຍຊີວິດ, ສົ່ງຜົນເສຍຫາຍນັບຕື້ USD. ຢູ່ ຫວຽດນາມ, ຝົນຕົກນ້ຳຖ້ວມຢູ່ພາກກາງຕອນໃຕ້ ເມື່ອກາງເດືອນພະຈິກ ກໍເຮັດໃຫ້ນັບຮ້ອຍຄົນເສຍຊີວິດ, ເຮືອນປະຊາຊົນນັບພັນຫຼັງຖືກເປ່ເພ ແລະ ຄາດວ່າສົ່ງຜົນເສຍຫາຍຈະຂຶ້ນເຖິງນັບຫຼາຍຮ້ອຍລ້ານ USD. ໃນປີ 2025, ນັບທັງບາງປະເທດ ອາຊີ ທີ່ບໍ່ຄ່ອຍຖືກຜົນກະທົບຈາກຝົນຕົກ, ນ້ຳຖ້ວມ ຄື ສ.ເກົາຫຼີ ກໍຢັ້ງຢືນວ່າ ຝົນຕົກໜັກເມື່ອເດືອນກໍລະກົດຜ່ານມາ ໄດ້ເຮັດໃຫ້ 20 ຄົນເສຍຊີວິດ ແລະ ຫາຍສາຍສູນ.
ອົງການອຸຕິນິຍົມໂລກ (WMO) ຊີ້ແຈ້ງວ່າ ໄປພ້ອມກັບພາຍຸເຂດຮ້ອນຢູ່ ອາຊີ ໃນປີນີ້ ແມ່ນມີຫຼາຍປັດໄຈຜິດປົກກະຕິ, ບໍ່ຄ່ອຍພົບເຫັນ. ທ່ານນາງ Clare Nullis ໂຄສົກ WMO ໃຫ້ຮູ້ວ່າ:
“ບັນດາພາຍຸເຂດຮ້ອນຢູ່ໃກ້ເສັ້ນສູນສູດຄືແນວນັ້ນແມ່ນຫາຍາກທີ່ສຸດ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າເຫັນ ແລະ ສິ່ງດັ່ງກ່າວໝາຍຄວາມວ່າ ການກະທົບຂອງມັນກໍຈະເພີ່ມຂຶ້ນ ເພາະວ່າປະຊາຄົມທ້ອງຖິ່ນ ບໍ່ມີປະສົບການຮັບມືກັບສິ່ງດັ່ງກ່າວ”.
ຄວາມມານະພະຍາຍາມຮັບມື
ໄພພິບັດທຳມະຊາດ, ພິເສດແມ່ນຝົນຕົກ, ນ້ຳຖ້ວມ ບວກກັບດິນເຊາະເຈື່ອນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາປະເທດ ອາຊີ ໃນສະພາບການຂະແໜງກະສິກຳ, ປ່າໄມ້ຍັງຄົງແມ່ນເສົາຄ້ຳສຳຄັນທາງດ້ານເສດຖະກິດສຳລັບຫຼາຍປະເທດ. ຢູ່ ອິນໂດເນເຊຍ, ເຫດຝົນຕົກນ້ຳຖ້ວມ, ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງຢູ່ເກາະ Sumatra ໃນປັດຈຸບັນ ພວມກໍ່ຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ອຳນາດການປົກຄອງ ອິນໂດເນເຊຍ ໃນການຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດ, ພິເສດແມ່ນແຫຼ່ງກຳລັງຈາກປ່າໄມ້. ຕາມທ່ານ Tommy Adam, ນັກຊ່ຽວຊານຂອງເວທີປາໄສສະພາບແວດລ້ອມ ອິນໂດເນເຊຍ ແລ້ວ, ສິ່ງທີ່ພວມເກີດຂຶ້ນຢູ່ປະເທດເກາະນີ້ ບໍ່ພຽງແຕ່ແມ່ນໄພທຳມະຊາດເທົ່ານັ້ນ, ຫາກຍັງແມ່ນວິນາດຕະກຳທາງດ້ານນິເວດ, ໃນຂະນະທີ່ນັບແຕ່ປີ 2021 – 2024, ສະເພາະຢູ່ເກາະ Sumatra ໄດ້ເສຍເນື້ອທີປ່າດົງດິບ 4,4 ລ້ານເຮັກຕາ. ເລື່ອງທຳລາຍປ່າໃນວົງກວ້າງນັ້ນ ບໍ່ພຽງແຕ່ເກີດຂຶ້ນຢູ່ ອິນເນເຊຍ ເທົ່ານັ້ນ, ຫາກຍັງມີຫຼາຍປະເທດອື່ນໃນອາຊີ ກໍສົ່ງຜົນກະທົບພາໃຫ້ເກີດຝົນຕົກ, ນ້ຳຖ້ວມຮ້າຍແຮງກວ່າເກົ່າ. ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ເລື່ອງຮັບມືໃນປັດຈຸບັນ ບໍ່ພຽງແຕ່ຢຸດຢູ່ເລື່ອງຮັບມືເທົ່ານັ້ນ, ຫາກຍັງຕ້ອງຮຽນວິທີຮ່ວມດຳລົງຊີວິດແບບຍາວນານເທື່ອລະກ້າວ, ຈຳກັດການຕ້ອງອົບພະຍົບທັງວົງຄະນະຍາດເພື່ອໄປບ່ອນທີ່ປອດໄພ ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນອີກດ້ວຍ. ທ່ານນາງ Ugochi Danials, ຮອງຜູ້ອຳນວຍການໃຫຍ່ ຜູ້ຮັບຜິດຊອບການເຄື່ອນໄຫວຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM), ໃຫ້ຮູ້ວ່າ:
“ບັນດາລະບົບເຕືອນໄພລ່ວງໜ້າ, ບັນດາການບໍລິການຟື້ນຟູ ແລະ ວິທີຫາເງິນລ້ຽງຊີບຢູ່ບັນດາເຂດທີ່ມີຄວາມສ່ຽງສູງນັ້ນ ແມ່ນບັນດາປັດໄຈຕັດສິນຊີ້ຂາດຕໍ່ຊີວິດຂອງປະຊາຊົນຜູ້ທີ່ຍັງຢູ່ນັ້ນ. “ເມື່ອພວກຂ້າພະເຈົ້າໄດ້ໂອ້ລົມກັບຜູ້ທີ່ຕ້ອງຍົກຍ້າຍ (ຍ້ອນການປ່ຽນແປງຂອງດິນຟ້າອາກາດ) ແລະ ຖາມເຂົາວ່າ ເຂົາຕ້ອງການຫຍັງ, ສ່ວນໃຫຍ່ແມ່ນຕອບມາວ່າ ຢາກກັບບ້ານ. ແຕ່ວ່າເຮືອນ ແລະ ວິທີຫາເງິນລ້ຽງຊີບຂອງເຂົາ ຖືກຜົນກະທົບ, ດັ່ງນັ້ນ ຕ້ອງສ້າງຄວາມອາດສາມາດຟື້ນຟູໃຫ້ແກ່ເຂົາເຈົ້າ”.
ໃນແງ່ມູນດ້ານເສດຖະກິດ, ຫຼາຍຂົງເຂດກໍ່ຕ້ອງປ່ຽນແປງຢ່າງວ່ອງໄວ ເພື່ອປັບຕົວໃຫ້ເຂົ້າກັບສະພາບການໃໝ່. ໃນຂົງເຂດກະສິກຳ, ປ່າໄມ້, ການພັດທະນາສີຂຽວ, ພັດທະນາແບບຍືນຍົງ ບໍ່ພຽງແຕ່ແມ່ນເປົ້າໝາຍສູ້ຊົນເທົ່ານັ້ນ ຫາກຍັງແມ່ນປັດໄຈບັງຄັບທີ່ທີ່ລັກສະນະເປັນຕາຍສຳລັບຫຼາຍປະຊາຄົມໃນອາຊີອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ບັນດາເຫດນ້ຳຖ້ວມຄັ້ງປະຫວັດສາດຢູ່ ອາຊີ ໃນປີນີ້ ກໍເປັນການແຈ້ງເຕືອນສຳລັບຂະແໜງປະກັນໄພອາຊີ. ຕາມບັນດານັກຊ່ຽວຊານແລ້ວ, ເມື່ອບັນດາປະກົດການສະພາບອາກາດປ່ຽນແປງຮ້າຍແຮງເກີດຂຶ້ນເປັນປະຈຳ ແລະ ໜັກໜ່ວງກວ່ານັ້ນ, ຂອບຂະໜາດຂອງລາຍຈ່າຍປະກັນໄພກໍເພີ່ມຂຶ້ນ, ອາດຈະບັງຄັບໃຫ້ຫຼາຍບໍລິສັດຕ້ອງຄິດໄລ່ເຖິງການຍົກເລີກກໍລະນີຄວາມສ່ຽງທີ່ເກີດຈາກໄພພິບັດທຳມະຊາດຈຳນວນໜຶ່ງອອກຈາກສັນຍາປະກັນໄພ./.









