• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ-ບູ​ຣູນ​ດີ

ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Évariste Ndayishimiye ໄດ້ເຊັນຂໍ້ຕົກລົງກ່ຽວກັບການຮ່ວມມືລະຫວ່າງສອງລັດຖະບານ ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງກົນໄກທາບທາມຄວາມເຫັນການເມືອງ ແລະ ການທູດ.

ໂດຍຕອບຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ທ່ານປະທານາທິບໍດີ ສ.ບູຣູນດີ Évariste Ndayishimiye ແລະ ພັນລະຍາໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 03 – 06 ເມສາ. ຕອນເຊົ້າວັນທີ 04 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສ.ບູຣູນດີ Évariste Ndayishimiye ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Évariste Ndayishimiye ໄດ້ນຳໜ້າຄະນະຜູ້ແທນຂອງ 2 ປະເທດດຳເນີນການພົບປະເຈລະຈາ. ນະທີ່ນີ້, ການນຳສອງທ່ານ ໄດ້ຕີລາຄາວ່າ ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍົກສູງວົງເງິນການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ; ເຫັນດີເປັນເອກະສັນ ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວກ່ຽວກັບຄວາມຕ້ອງການຂອງຕະຫຼາດ, ຂະແໜງສິນຄ້າ, ໂອກາດລົງທຶນ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດເຊື່ອມຕໍ່, ຮ່ວມມືກັນ.

  ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການນຳສອງທ່ານເຫັນດີຈະສົມທົບກັນ, ຮ່ວມມື ແລະ ສະໜັບສະໜູນຊື່ງກັນ ແລະ ກັນທີ່ບັນດາອົງການຈັດຕັງສາກົນ, ເວທີປາໄສຫຼາຍຝ່າຍ ແລະ ລະຫວ່າງພາກພື້ນ.

  ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Évariste Ndayishimiye ໄດ້ເຊັນຂໍ້ຕົກລົງກ່ຽວກັບການຮ່ວມມືລະຫວ່າງສອງລັດຖະບານ ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງກົນໄກທາບທາມຄວາມເຫັນການເມືອງ ແລະ ການທູດ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ

Top