• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.
  ຮອງປະທານປະເທດ ຫວໍທິແອ໋ງຊວນ ໃນການພົບປະສົນທະນາ ກັບ ຮອງປະທານປະເທດ ລາວ ບຸນທອງ ຈິດມະນີ. ພາບ: ເລີມແຄ໋ງ/VNA  

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ. ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດສອງປະເທດ ຄົບຮອບ 60 ປີ (05/09/1962 – 05/09/2022), ຕອນບ່າຍວັນທີ 19 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານຜູ້ປະຈຳການສະພາແຫງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະ, ໄດ້ມີການພົບປະສົນທະນາກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ ເປັນຫົວໜ້າຄະນະ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.

ສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບ ໃຫ້ບຸລິມະສິດແກ່ການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ປີ 2022; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃຫ້ມີປະສິດທິຜົນ; ສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນລະຫວ່າງການນຳສະພາແຫ່ງຊາດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດເປັນປະຈຳ; ເພີ່ມທະວີການແລກປ່ຽນບົດຮຽນປະສົບການໃນການສ້າງນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງມະຫາພາກ ແລະ ຟື້ນຟູເສດຖະກິດ - ສັງຄົມ; ຊຸກຍູ້ການຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດພະລັງງານ, ການສຶກສາບຳລຸງສ້າງ, ສາທາລະນະສຸກ, ການທູດປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ.

ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ ຈະຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຢ່າງແທດຈິງ, ມີປະສິດທິຜົນ. ພ້ອມທັງໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດລາວ ຈະຈັດກອງປະຊຸມລະຫວ່າງສະພາແຫ່ງຊາດສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ ຢູ່ລາວ ໃນປີ 2023, ຫວັງວ່າ ສະພາແຫ່ງຊາດ ຫວຽດນາມ ຈະສະໜັບສະໜູນ ແລະ ໜູນຊ່ວຍສະພາແຫ່ງຊາດລາວ ຈັດຕັ້ງກອງປະຊຸມດັ່ງກ່າວໃຫ້ປະສົບຜົນສຳເລັດ. 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ເວທີປາໄສວິສາຫະກິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດສີຂຽວ, ຍືນຍົງ.

Top