ໃນຂອບເຂດບັນດາການເຄື່ອນໄຫວທີ່ກອງປະຊຸມສາກົນຄັ້ງທີ 2 ກ່ຽວກັບດ້ານການເງິນໃຫ້ແກ່ການພັດທະນາ (FfD4), ຕອນບ່າຍວັນທີ 01 ກໍລະກົດ, ຢູ່ນະຄອນ Seville, ແອັດສະປາຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດິເຟີກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືໂຕະມົນດ້ວຍຫົວຂໍ້ “ປັບປຸງໃໝ່ການຮ່ວມມືກັບສາກົນ”.
ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ, ປັບປຸງໃໝ່ການຮ່ວມມືກັບສາກົນ ບໍ່ພຽງແຕ່ແມ່ນການຄັດເລືອກ ຫາກແມ່ນຄວາມຮຽກຮ້ອງຢ່າງຮີບດວນເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາ. ທ່ານໄດ້ຍົກອອກ 5 ຂໍ້ສະເໜີ, ໃນນັ້ນມີການປະຕິຮູບການພັດທະນາການຮ່ວມມືກັບສາກົນ ມຸ່ງໄປເຖິງຫຼາຍແງ່ມູມ, ບໍ່ພຽງແຕ່ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຮັບໃຊ້ການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ ຕາມທິດຍືນຍົງອີກດ້ວຍ; ຊຸກຍູ້ການປະຕິຮູບລະບົບການເງິນສາກົນ ຮັບປະກັນຄວາມຍຸຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ; ສ້າງກົນໄກສົມທົບກັນໃຫ້ມີປະສິດທິຜົນລະຫວ່າງບັນດາປະເທດ, ຄູ່ຮ່ວມມືພັດທະນາ ແລະ ເຂດເອກະຊົນໃຫ້ຫຼາຍກວ່າ.
ໃນຂອບເຂດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ເຂດ Seville, ອັດສະປາຍ