• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ Zelensky ຢັ້ງ​ຢືນ ຢູ​ແກຼນ ຈະ​ເຂົ້າ​ຮ່ວມ NATO ກໍ່​ຕໍ່​ເມື່ອ​ມີ​ຜືນ​ແຜ່ນ​ດິນທີ່​ຄົບ​ຖ້ວນ

ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງ Kiev, ວັນທີ 01 ທັນວາ, ພາຍຫຼັງການພົບປະກັບເຈົ້າໜ້າທີ່ຂັ້ນສູງເອີຣົບ, ທ່ານປະທານາທິບໍດີ ຢູແກຼນ, Volodymyr Zelensky ໄດ້ເນັ້ນໜັກ ຢູແກຼນ ຈະບໍ່ຍອມຮັບຄຳເຊີນເຂົ້າຮ່ວມອົງການສົນທິສັນຍາ ອັດລັງຕິກເໜືອ - NATO ຖ້າຫາກວ່າ ບໍ່ມີຜືນແຜ່ນດິນແຫ່ງຊາດຄົບຖ້ວນແຫ່ງຊາດ.
ທ່ານປະທານາທິບໍດີ ຢູແກຼນ, Volodymyr Zelensky (ພາບ: TTXVN)

ຕາມທ່ານ Volodymyr Zelensky ແລ້ວ, NATO ບໍ່ສາມາດເຊີນພຽງແຕ່ສ່ວນໜຶ່ງຂອງຜືນແຜ່ນດິນ ຢູແກຼນ ເຂົ້າຮ່ວມກຸ່ມໄດ້ ເພາະວ່າ ສິ່ງດັ່ງກ່າວກໍມີຄວາມໝາຍດຽວກັນກັບເລື່ອງ ຍອມຮັບບັນດາດິນແດນຍັງເຫຼືອນັ້ນ ບໍ່ແມ່ນຂອງ ຢູແກຼນ. ດັ່ງນັ້ນ, ຢູແກຼນ ຈະບໍ່ມີວັນຍອມຮັບສິ່ງດັ່ງກ່າວ.

ກ່ອນໜ້ານັ້ນ, ໃນການຕອບສຳພາດຕໍ່ນັກຂ່າວ Sky News ຂອງ ອັງກິດ ໃນທ້າຍອາທິດກ່ອນ, ທ່ານປະທານາທິບໍດີ ຢູແກຼນ ເຄີຍພາດພິງເຖິງຄວາມອາດສາມາດທີ່ຈະຢຸດຕິ “ໄລຍະເຄັ່ງຮ້ອນ” ຂອງການປະທະກັນໃນປັດຈຸບັນກັບ ລັດເຊຍ ຖ້າຫາກວ່າ ບັນດາເຂດດິນແດນ ໂດຍ ຢູແກຼນ ຄວບຄຸມ ໄດ້ຮັບການປົກປ້ອງຂອງ NATO, ພ້ອມທັງຖືວ່າ ຢູແກູນ ຈະສາມາດຮຽກທວງເອົາຄືນດິນແດນທີ່ຍັງເຫຼືອດ້ວຍ “ເສັ້ນທາງການທູດ” ໃນອະນາຄົດ. ເຖິງຢ່າງໃດກໍຕາມ, ໃນກອງປະຊຸມໃນວັນທີ 01 ທັນວາ ຢູ່ Kiev, ທ່ານປະທານາທິບໍດີ ຢູແກຼນ ຖືວ່າ ສື່ມວນຊົນ ໄດ້ພັນລະນາຜິດເນື້ອໃນຄວາມໝາຍຂອງທ່ານ, ພ້ອມທັງຢັ້ງຢືນວ່າ ຢູແກຼນ ຍັງບໍ່ທັນໄດ້ຮັບບໍ່ວ່າຂໍ້ສະເໜີທາງການໃດຈາກບັນດາປະເທດສະມາຊິກ NATO. ແຕ່ວ່າ, ທ່ານ Zelensky ຢັ້ງຢືນວ່າ ການເຂົ້າຮ່ວມ NATO ແມ່ນປັດໄຈ “ຈຳເປັນເພື່ອການຄົງຕົວ” ຂອງ ຢູແກຼນ ແລະ ຮຽກຮ້ອງໃຫ້ບັນດາປະເທດ NATO ຍົກອອກຄຳຕັດສິນກ່ຽວກັບບັນຫານີ້ໂດຍໄວ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top