• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ ລັດ​ເຊຍ Vladimir Putin ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ໂຕ​ເລິມ ຊົມ​ເຊີຍ​ຜົນ​ສຳ​ເລັດ​ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ຕອນຄ່ຳວັນທີ 24 ມັງກອນ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລິມ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
  ບັນຍາກາດການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin (ພາບ: TTXVN)  

ທ່ານປະທານາທິບໍດີ Vladimir Putin  ຢັ້ງຢືນວ່າ ນີ້ແມ່ນເຫດການການເມືອງສຳຄັນ, ກຳນົດທິດທາງ, ວາງອອກບັນດາເປົ້າໝາຍໃຫຍ່ ແລະ ຮັບຮອງເອົາບັນດານະໂຍບາຍຊີ້ຂາດສຳຄັນ, ບັນດາໜ້າທີ່, ມາດຕະການເພື່ອນຳ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງໃນສັງກາດໃໝ່ ແລະ ກາຍເປັນປະເທດມີລາຍຮັບສູງໃນປີ 2045. ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ເລື່ອງທ່ານ ໂຕເລິມ ສືບຕໍ່ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານກາງພັກສະໄໝທີ XIV ນັ້ນ ໄດ້ຢັ້ງຢືນໃຫ້ເຫັນຄວາມໄວ້ວາງໃຈດ້ານການເມືອງ, ການປະກອບສ່ວນສຳຄັນຂອງທ່ານໂຕເລິມ ໃນການວາງແຜນກຳນົດ, ຍົກອອກບັນດານະໂຍບາຍຊີ້ຂາດຍຸດທະສາດພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ປົກປ້ອງຜົນປະໂຫຍດ ແລະ ຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ.

  ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)  

ຕາງໜ້າໃຫ້ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຜ່ານບັນດາສະໄໝກອງປະຊຸມໃຫຍ່, ຫວຽດນາມ ຍາມໃດກໍມີເພື່ອນມິດຕະພາບທີ່ເປັນມູນເຊື້ອໃຫ້ຄວາມເອົາໃຈໃສ່ ແລະ ສະໜັບສະໜູນ, ໃນນັ້ນ ມີ ໂຊຫວຽດ ໃນເມື່ອກ່ອນ ແລະ ສະຫະພັນ ລັດເຊຍ ໃນປັດຈຸບັນ. ທ່ານເລຂາທິການໃຫຍ່ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin  ໄດ້ຕົກລົງເປັນເອກະພາບພ້ອມແລ້ວທີ່ຈະແລກປ່ຽນຢ່າງສ້າງສັນ, ເປີດອົກເປີດໃຈບົນຈິດໃຈເຂົ້າໃຈ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຜົນປະໂຫຍດກົມກຽວເພື່ອຍົກລະດັບການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ ແລະ ເປີດກວ້າງໄປສູ່ບັນດາຂົງເຂດໃໝ່ທີ່ກຳລັງບົ່ມຊ້ອນ.

ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Putin ກໍເຊື້ອເຊີນທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ ລັດເຊຍ ໃນບໍ່ວ່າເວລາໃດທີ່ມີຄວາມເໝາະສົມ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ຮັບຄຳເຊີນແລະ ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top