• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ​ເຈ​ລະ​ຈາ ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົວ

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບ ອາບຟຼິກກາ ເປັນສຳຄັນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ທີ່ພວມມີການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 13 – 16 ມິຖຸນາຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ດຳເນີນການເຈລະຈາ.

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບ ອາບຟຼິກກາ ເປັນສຳຄັນ, ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນບັນດາມາດຕະການເພື່ອແນໃສ່ນຳການພົວພັນເຂົ້າສູ່ລວງເລິກ, ແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຊ່ອງທາງ, ສືບຕໍ່ເພີ່ມທະວີການສົມທົບກັນໃນບັນດາອົງການຈັດຕັ້ງສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ບັນດາປະເພດສິນຄ້າທີ່ເປັນທ່າແຮງຂອງແຕ່ລະປະເທດແຊກຊືມເຂົ້າຕະຫຼາດຂອງກັນ.

 ສ່ວນທ່ານ ປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ຫວັງວ່າສອງຝ່າຍຈະຄົ້ນຄ້ວາເພື່ອເປີດສາຍການບິນໂດຍກົງ ຫວຽດນາມ - ກົດດີວົວ ແລະ ກົງກັນຂ້າມ, ສະເໜີຫວຽດນາມຊ່ວຍພັດທະນາບຳລຸງສ້າງວິຊາຊີບໃຫ້ແກ່ຊາວໜຸ່ມ ກົດດີວົວ, ປະກອບສ່ວນແກ້ໄຂບັນຫາວາງງານ, ເປັນຕົ້ນແມ່ນໃນຂົງເຂດຄອບພິວເຕີ, ກົນຈັກ, ເອເລັກໂຕນິກ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top