• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ IPU – 150 ຢູ່ ອູ​ເບ​ກິດ​ສະ​ຖານ

ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU – 150) ດ້ວຍຫົວຂໍ້ “ການກະທຳຂອງລັດຖະສະພາເພື່ອການພັດທະນາແລະຄວາມຍຸຕິທຳສັງຄົມ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ໐5 ເມສາຢູ່ Tashkent, ສາທາລະນະລັດອູເບກິດສະຖານ. ທ່ານປະທານສະພາແຫ່ງຊາດຫວຽດນາມເຈິ່ນແທັງເໝິນໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມເຂົ້າຮ່ວມເຫດການດັ່ງກ່າວ.
ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມພິທີໄຂກອງປະຊຸມ IPU – 150 (ພາບ:VOV)

ເມື່ອກ່າວຄຳເຫັນໃນພິທີໄຂ, ທ່ານປະທານ IPU Tulia Ackson ຢັ້ງຢືນເຖິງຄວາມໝາຍປະຫວັດສາດຂອງກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 150, ບົດບາດສຳຄັນຂອງ IPU ແລະບັນດາລັດຖະສະພາສະມາຊິກໃນການຊຸກຍູ້ບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຕໍ່ເນື່ອງຜ່ານກອງປະຊຸມຫຼາຍຊຸດ ແນໃສ່ຊຸກຍູ້ລັກສະນະປະຊາທິປະໄຕ, ການຮ່ວມມືສາກົນ, ສ້າງໂລກສັນຕິພາບກວ່າ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານປະທານ IPU ຖືວ່າ IPU ແລະບັນດາລັດຖະສະພາສະມາຊິກຕ້ອງນຳໜ້າໃນການສ້າງກອບນິຕິກຳ, ເປັນຂົວຕໍ່ແກ້ໄຂບັນດາຂໍ້ຂັດແຍ້ງ, ພ້ອມທັງມີບັນດາການກະທຳອັນແທດຈິງແນໃສ່ຊຸກຍູ້ການພັດທະນາສັງຄົມໃນ 3 ເສົາຄ້ຳ: ສັນຕິພາບ, ຍຸຕິທຳແລະອະນາຄົດທີ່ຍຸດຕິທຳ, ສວຍງາມໃຫ້ແກ່ທຸກໆຄົນ.

ກ່າວຄຳເຫັນທີ່ກອງປະຊຸມຊຶ່ງເນັ້ນໜັກເຖິງ ການພັດທະນາແບບຍືນຍົງຕ້ອງໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມ, ທ່ານປະທານ ສະພາແຫ່ງຊາດ ເຈີ່ນແທງເໝີ້ນ ຍົກໃຫ້ເຫັນແຈ້ງ, ໜ້າທີ່ຂອງບັນດາລັດຖະສະພາແມ່ນຮັບປະກັນບັນດານະໂຍບາຍລ້ວນແຕ່ມຸງໄປສູ່ການຮັດແຄບ ຊ່ອງຫວ່າງລະຫວ່າງຮັ່ງມີ ແລະ ທຸກຍາກ, ຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ຮັບຜົນປະໂຫຍດຈາກບັນດາໝາກຜົນການພັດທະນາ. ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ພ້ອມກັບບັນດາລັດຖະສະພາໃນທົ່ວໂລກ, ຕັດສິນໃຈຫັນບັນດາເປົ້າໝາຍພັດທະນາຂອງມວນມະນຸດໃຫ້ປະກົດຜົນເປັນຈິງ.

ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ຢືນຢັນວ່າ: ໃນສະພາບການປະຈຸບັນ, ປະທານລັດຖະສະພາຕ່າງໆຕ້ອງເພີ່ມທະວີການຮ່ວມມືສາກົນ, ແບ່ງປັນບົດຮຽນປະສົບການ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການສ້າງນະໂຍບາຍພັດທະນາ. ໃນນັ້ນ, ຖືເອົາຈິດໃຈສ້າງສາພັດທະນາເປັນແກ່ນສານ; ຖືປະຊາຊົນເປັນໃຈກາງ, ຢືນຢັນລັກສະນະແທ້ຈິງຂອງອົງການຜູ້ແທນລາດສະດອນ; ເພີ່ມທະວີການປະສານສົມທົບການກະທຳ ແລະ ການຮ່ວມມືສາກົນລະຫວ່າງບັນດາລັດຖະສະພາພາຄີ, ພິເສດແມ່ນໃນການປົກປັກຮັກສາສັນຕິພາບ, ແກ້ໄຂຄວາມຂັດແຍ້ງກັນ ແລະ ຄວາມບໍ່ລົງລອຍກັນບົນພື້ນຖານກົດໝາຍສາກົນ. 

ກອງປະຊຸມສະມັດຊາໃຫຍ່ IPU – 150 ຈະດຳເນີນແຕ່ວັນທີ 06 – 09 ເມສາຈຶ່ງອັດລົງ. ຕາມລາຍການຂອງກອງປະຊຸມແລ້ວ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນຈະມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືລວມຂອງກອງປະຊຸມສະມັດຊາໃຫຍ່ IPU-150.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ.

Top