• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສົມ​ມາດ ພົນ​ເສ​ນາ

ຕອນບ່າຍວັນທີ 22 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ສົມມາດ ພົນເສນາ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ສົມມາດ ພົນເສນາ (ພາບ: quochoi.vn)

ທ່ານປະທານສະພາແຫງຊາດ ເຈິ່ນແທງເໝິນ ຕີລາຄາສູງບັນດາການເຄື່ອນໄຫວຂອງສອງພັກ, ສອງລັດ, ສະພາແຫ່ງຊາດ, ລັດຖະບານໃນໄລຍະຜ່ານມາ. ສອງຝ່າຍໄດ້ມີບັນດາການເຄື່ອນໄຫວຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ສົມທົບກັນປະຕິບັດບັນດາຂໍ້ຕົກລົງເຊິ່ງສອງຝ່າຍໄດ້ລົງນາມ. ນອກຈາກການເຄື່ອນໄຫວການທູດຂອງພັກ, ລັດ ແລ້ວ ການພົບປະປະຊາຊົນກໍດຳເນີນໄປຢ່າງຟົດຟື້ນ, ເລິກເຊິ່ງ ຜ່ານບັນດາຊ່ອງທາງຂອງແນວໂຮມປະເທດຊາດ, ສະຫະພັນບັນດາອົງການມິດຕະພາບ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນຢູ່ກົນໄກ, ເວທີປາໄສປະຊາຊົນຫຼາຍຝ່າຍໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top