• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ອາກ​ເມ​ເນຍ Elen Simonyan ເຂົ້າຄຳ​ນັບສຸ​ສານປະ​ທານ ໂຮ່​ຈີ​ມິນ

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ Alen Simonyan ປະທານສະພາແຫ່ງຊາດ ສ. ອາກເມເນຍ ແລະ ຄະນະຜູ້ແທນສະພາແຫ່ງຊາດ ສ. ອາກເມເນຍ ໄດ້ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.
ທ່ານປະທານສະພາແຫ່ງຊາດ ສ. ອາກເມເນຍ Alen Simonyan ແລະ ຄະນະຜູ້ແທນ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ (ພາບ: quochoi.vn)

ຫຼັງຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ສ. ອາກເມເນຍ Alen Simonyan ແລະ ຄະນະຜູ້ແທນ ໄດ້ມາຢ້ຽມຢາມ ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວັນໝຽວ - ກວັກຕື໋ຢາມ ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ອາກເມເນຍ ພ້ອມດ້ວຍຄະນະໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ບ່ອນຕິດພັນກັບມູນເຊື້ອດຸໝັ່ນຮ່ຳຮຽນຂອງຊາດ ຫວຽດນາມ.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ອາກເມເນຍ ແຕ່ວັນທີ 17 – 23 ພະຈິກ, ແມ່ນການຢ້ຽມຢາມທຳອິດຂອງການນຳອົງການນິຕິບັນຍັດ ອາກເມເນຍ ພາຍຫຼັງ 30 ກວ່າປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ; ເປັນການສະແດງໃຫ້ເຫັນວ່າ ອາກເມເນຍ ຖືການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຫວຽດນາມ ໃນທຸກຂົງເຂດເປັນສຳຄັນ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top