• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ​ໃຫ້​ການ​ຕ້ອ​ນ​ຮ​ັບ​ລັດ​ຖ​ະ​ມົ​ນ​ຕີ​​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ອີ​ຕາ​ລີ

ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດການຄ້າ - ການລົງທຶນ; ອີຕາລີມີທ່າແຮງກ່ຽວກັບການຜະລິດອຸດສາກະກຳ, ພິເສດແມ່ນກົນຈັກປະດິດສ້າງ ແລະ ເຕັກໂນໂລຢີສູງ, ການພັດທະນາພື້ນຖານໂຄງລ່າງ - ຄົມມະນາຄົມ, ພະລັງງານ.

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Moavero Milannesi ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອີຕາລີ (ພາບ:  quochoi.vn)

ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Moavero Milannesi ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອີຕາລີ. ທ່ານນາງປະທານສະພາແຫ່ງຊາດໄດ້ຕີລາຄາວ່າສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດການຄ້າ - ການລົງທຶນ; ອີຕາລີມີທ່າແຮງກ່ຽວກັບການຜະລິດອຸດສາກະກຳ, ພິເສດແມ່ນກົນຈັກປະດິດສ້າງ ແລະ ເຕັກໂນໂລຢີສູງ, ການພັດທະນາພື້ນຖານໂຄງລ່າງ - ຄົມມະນາຄົມ, ພະລັງງານ. ນີ້ແມ່ນບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການຮ່ວມມື. ທ່ານນາງປະທານສະພາແຫ່ງຊາດໃຫ້ຮູ້ວ່າ: ເດືອນ ມິຖຸນາ ປີ 2019 ຈະມາເຖິງ, ອີຕາລີ ແລະ ຫວຽດນາມ ຈະສົມທົບກັນຈັດຕັ້ງ “ການໂອ້ລົມສົນທະນາຂັ້ນສູງກ່ຽວກັບການພົວພັນດ້ານເສດຖະກິດ ລະຫວ່າງ ອີຕາລີ - ຫວຽດນາມ” ຄັ້ງທີ 3 ຢູ່ ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຂະຫນາດໃຫຍ່ທີ່ມາຈາກ ອີຕາລີ ແລະ ອາຊຽນ. ທານນາງປະທານສະພາແຫ່ງຊາດຖືວ່າ ນີ້ແມ່ນໂອກາດເພື່ອເພີ່ມທະວີການພົວພັນເສດຖະກິດ, ການຄ້າລະຫວ່າງ ອີຕາລີ ແລະ ບັນດາປະເທດ ອາຊຽນໃຫ້ຫຼາຍກ່ວາອີກ, ໃນນັ້ນມີ ຫວຽດນາມ - ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ຂອງອີຕາລີ ໃນອາຊຽນ.

        ທ່ານ ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີໄດ້ເນັ້ນໜັກວ່າ ອີຕາລີໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອ ຫວຽດນາມນັບຕັ້ງແຕ່ວີວັດການເຈລະຈາສົນທິສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ສະຫະພາບ ເອີລົບ(EVFTA); ສະແດງຄວາມປາດຖະໜາຢາກ EVFTA ຈະໄດ້ຮັບການລົງນາມ ແລະ ໃຫ້ສັດຕະນາບັນໂດຍໄວ, ຈະແມ່ນກຳລັງໜູນຊຸກຍູ້ວົງເງິນການຄ້າ - ການລົງທຶນ ລະຫວ່າງ EU ເວົ້າລວມ ແລະ ລະຫວ່າງ ອີຕາລີ ກັບ ຫວຽດນາມ ເພີ່ມຂຶ້ນສູງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top