• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຮັດ​ວຽກກັບ​ຄະ​ນະ​ວິ​ສາ​ຫະ​ກິດ​ຂອງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ບັນດາເປົ້າໝາຍຈຸດສຸມຂອງ ຫວຽດນາມ ໃນປັດຈຸບັນ ແມ່ນ ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດພື້ນຖານໂຄງລ່າງ, ລະບອບລະບຽບການ ແລະ ແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ; ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ຕອນເຊົ້າວັນທີ 20 ມີນາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຮັດວຽກຜູ້ແທນກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ລວມມີຜູ້ຕາງໜ້າຂອງວິສາຫະກິດ, ນັກລົງທຶນກວ່າ 90 ແຫ່ງ ໃນບັນດາຂົງເຂດຄື: ເຕັກໂນໂລຢີ; ຄົມມະນາຄົມຂົນສົ່ງ, ລົດໂອໂຕ; ພະລັງງານ; ສາທາລະນະສຸກ, ການບໍລິການດ້ານການເງິນ; ກະສິກຳ; ກອງທຶນລົງທຶນ; logistics, ໂຮງແຮມ, ການຜະລິດ ແລະ ເຄື່ອງສຳອາງ.      

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ບັນດາເປົ້າໝາຍຈຸດສຸມຂອງ ຫວຽດນາມ ໃນປັດຈຸບັນ ແມ່ນ ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດພື້ນຖານໂຄງລ່າງ, ລະບອບລະບຽບການ ແລະ ແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ; ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ:    

“ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍສະໜັບສະໜູນການພັດທະນາການພົວພັນຫວຽດນາມ - ອາເມລິກາ ຢ່າງແຮງ, ນຳຜົນປະໂຫຍດມາໃຫ້ປະຊາຊົນ ແລະ ວິສາຫະກິດສອງປະເທດ; ມານະພະຍາຍາມສ້າງກອບນິຕິກຳ ແລະ ນະໂຍບາຍທີ່ສະດວກ, ມີສະຖຽນລະພາບ, ຈະແຈ້ງ, ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດ ອາເມລິກາ, ສືບຕໍ່ເຄື່ອນໄຫວ, ເປີດກວ້າງຂອບເຂດ ແລະ ພັດທະນາຍາວນານຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ; ສະພາແຫ່ງຊາດ ໄດ້ ແລະ ພວມກຽມພ້ອມຮັບຟັງຄຳເຫັນ, ຄວາມສົນໃຈ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຄົມວິສາຫະກິດໃນນັ້ນ ມີບັນດາວິສາຫະກິດ ອາເມລິກາ ກ່ຽວກັບນະໂຍບາຍ, ກົດໝາຍຂອງ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top