
ກ່າວຄຳເຫັນຂ່ຳນັບຮັບຕ້ອນຜູ້ແທນມາເຂົ້າຮ່ວມເຫດການ, ທ່ານປະທານສະພາ AIPA – 42 Abdul Rahman Taib ໄດ້ເນັ້ນໜັກວ່າ ໃນສະພາບການ ອາຊຽນ ພວມພ້ອມກັນຮັບມື ແລະ ຟື້ນຟູຈາກໂລກລະບາດ, ຮອດເວລາແລ້ວທີ່ບັນດາປະເທດສະມາຊິກ ອາຊຽນ ຕ້ອງຮັບປະກັນການຫັນເປັນດີຈີຕອນແບບກວມລວມ ເພື່ອເພີ່ມທະວີກຳລັງຮັບມື, ກະກຽມດີກວ່າອີກໃຫ້ແກ່ຄົນລຸ້ນປັດຈຸບັນ ແລະ ອະນາຄົດ. ບົນເນື້ອໃນຈິດໃຈນັ້ນ, ຫົວຂໍ້ຂອງກອງປະຊຸມ AIPA – 42 ຈຶ່ງເລືອກເອົາຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025”.
ພາຍຫຼັງວາລະໄຂກອງປະຊຸມ, ສະມັດຊາໃຫຍ່ AIPA – 42 ໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທຳອິດ ວາລະທີໜຶ່ງ, ເລືອກຕັ້ງຮອງປະທານສະມັດໃຫຍ່ AIPA – 42; ແນະນຳຄະນະຜູ້ແທນ ແລະ ປຶກສາຫາລືຮັບຮອງເອົາໂຄງການເຄື່ອນໄຫວຂອງ AIPA – 42; ໂຄງການດຳເນີນງານ AIPA – 42; ພາກສ່ວນຂອງຄະນະກຳມະການ AIPA – 42; ພິຈາລະນາປະເທດເຈົ້າພາບຈັດຕັ້ງກອງປະຊຸມກຸ່ມຜູ້ໃຫ້ຄຳປຶກສາ AIPA – 42 ຄັ້ງທີ 13; ວັນເວລາ ແລະ ສະຖານທີ່ຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA – 43 ແລະ ບັນດາບັນຫາອື່ນໆອີກດ້ວຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວາລະປະຊຸມດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີວ່າ:
“ຂ້າພະເຈົ້າຮຽກຮ້ອງໃຫ້ມີຄວາມສາມັກຄີ ແລະ ຄວາມຮັບຜິດຊອບລວມຂອງ AIPA ໃນການຮ່ວມມື, ແບ່ງປັນບົດຮຽນປະສົບການ, ໂດຍສະເພາະແມ່ນໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ. ຂ້າພະເຈົ້າສະເໜີໃຫ້ເພີ່ມທະວີການຮ່ວມມືພາຍໃນກຸ່ມ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືໃນການຄົ້ນຄວ້າ, ພັດທະນາ ແລະ ແບ່ງປັນວັກຊິນ, ຢາປົວພະຍາດ ແລະ ບັນດາວັດຖຸອຸປະກອນການແພດ ຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຍຸຕິທຳ. ຂ້າພະເຈົ້າກໍສະເໜີໃຫ້ລັດຖະສະພາບັນດາປະເທດມອບສິດໃຫ້ລັດຖະບານຫຼາຍກວ່າອີກ ເພື່ອມີຄວາມເປັນເຈົ້າການ, ມີໄຫວພິບໃນການຮັບມືກັບໂລກລະບາດຢ່າງມີປະສິດທິຜົນ, ຫຼຸດຜ່ອນຜົນເສຍຫາຍ ແລະ ຟື້ນຟູເສດຖະກິດ, ສັງຄົມພາຍຫຼັງໂລກລະບາດໂຄວິດ - 19 ຢ່າງວ່ອງໄວ.”
ກ່ອນທີ່ສິ້ນສຸດບົດກ່າວປາໄສຂອງຕົນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ AIPA, ເພື່ອການພັດທະນາຂອງການທູດລັດຖະສະພາ ແລະ ສິດ, ຜົນປະໂຫຍດຂອງປະຊາຊົນທຸກຄົນໃນພາກພື້ນ ອາຊຽນ.
ຕອນບ່າຍຂອງວັນດຽວກັນ, ໃນກອງປະຊຸມຄົບຄະນະວາລະທີ 2, ບັນດາຜູ້ແທນໄດ້ຮັບຟັງບົດກ່າວປາໄສຂອງຫົວໜ້າຄະນະລັດຖະສະພາບັນດາປະເທດສະມາຊິກ AIPA; ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ AIPA; ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ອາຊຽນ.
(ແຫຼ່ງຄັດຈາກ VOV)