• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງຊາດ ເວືອງ​ດິ່ງ​ເຫວະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້ ຄອບ​ຄົວ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ແຂວງ ອານ​ຢາງ

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີໃຫ້ການນຳທ້ອງຖິ່ນສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນໃນໂອກາດບຸນເຕັດ, “ທຸກໆຄົນຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ, ຕາມມູນເຊື້ອຮັກແພງອູ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ”.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບຂອງຂວັນໃຫ້ແກ່ ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ອານຢາງ  

ຕອນເຊົ້າວັນທີ 11 ມັງກອນ ຢູ່ນະຄອນເຈົາດົກ, ແຂວງອານຢາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ມອບຂອງຂວັນ 200 ພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍ 6 ຄົນເຊິ່ງ ບັນດາປ້ອມປ້ອງກັນຊາຍແດນໃນບໍລິເວນແຂວງຮັບມາລ້ຽງ.

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີໃຫ້ການນຳທ້ອງຖິ່ນສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນໃນໂອກາດບຸນເຕັດ, “ທຸກໆຄົນຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ, ຕາມມູນເຊື້ອຮັກແພງອູ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ”. ກ້າວເຂົ້າສູ່ປີ 2023, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີອຳນາດການປົກຄອງ ແລະ ປະຊາຊົນແຂວງ ອານຢາງ ສືບຕໍ່ຮັກສາການພັດທະນາໃນຂົງເຂດກະສິກຳ, ຊາວກະສິກອນຊົນນະບົດ, ໃນນັ້ນ ຕ້ອງເອົາໃຈໃສ່ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ, ລວມມີຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່, ພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

ແລະກໍ່ໃນຕອນເຊົ້າວັນທີ 11, ທ່ານປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ  ໂດວັນຈຽນ ກໍ່ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ໃຫ້ບັນດາຄອບຄົວ, ສະມາຊິກກຳມະບານ, ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ແຂວງ ລາຍເຈົາເນື່ອງໃນໂອກາດບຸນເຕັດປີແມວ 2023 ແລະ ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ທີ່ສະໜິດຕິດພັນ” ຢູ່ສູນກອງປະຊຸມວັດທະນະທຳແຂວງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top