• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ໂຕ​ເລິມ​ຖະ​ຫວາຍ​ທູບທຽນ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ປັກ​ປໍ

ໂດຍສືບຕໍ່ໂຄງການເຮັດວຽກຢູ່ແຂວງ ກ໋າວບັ່ງ, ຕອນເຊົ້າວັນທີ 10 ມິຖຸນາ, ທ່ານປະທານປະເທດ ໂຕເລິມໄດ້ໄປຈູດທູບທຽນ, ຖະຫວາຍດອກໄມ້ ອາໄລຫາປະທານໂຮ່ຈີມິນ ຢູ່ຫໍບູຊາປະທານໂຮ່ຈີມິນ.
ທ່ານປະທານປະເທດ ໂຕເລິມ ຈູດທູບທຽນ, ຖະຫວາຍດອກໄມ້ ອາໄລຫາປະທານໂຮ່ຈີມິນ ຢູ່ຫໍບູຊາປະທານໂຮ່ຈີມິນ

ທ່ານປະທານປະເທດ ໂຕເລິມໄດ້ສະແດງຄວາມເຄົາລົບນັບຖືຕໍ່ດວງວິນຍານປະທານໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງເພິ່ນຕໍ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ, ສ້າງສາປະເທດຊາດ. ທ່ານປະທານປະເທດ ສະເໜີອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ກ໋າວບັ່ງ ສືບຕໍ່ປະຕິບັດວຽກງານອະນຸລັກຮັກສາ, ປະຕິສັງຂອນເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງ ເຂດຮ່ອງຮອຍສະຖານປະຫວັດສາດ ລະດັບຊາດພິເສດ ປັກປໍ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ນ້ຳໃຈ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຂອງຄົນລຸ້ນນີ້ຕໍ່ຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງເພິ່ນ.

ແລະກໍ່ໃນຕອນເຊົ້າວັນທີ 10 ມິຖຸນາ, ທ່ານປະທານປະເທດ ໂຕເລິມ ກໍ່ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນອະນຸບານ ປັກປໍ, ຕາແສງ ເຈື່ອງຮ່າ, ເມືອງຮ່າກ໋ວາງ; ໄປຢ້ຽມຢາມ, ໂອ້ລົມ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບຕຳຫຼວດ ຕາແສງ ເຈືື່ອງຮ່າ, ເມືອງຮ່າກ໋ວາງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top