• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ພົບ​ປະ​ສອງ​ຝ່າຍ​ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ສັບ​ປະ​ດາສຸດຍອດ APEC

ຕອນບ່າຍວັນທີ 15 ພະຈິກ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2024 ຢູ່ນະຄອນຫຼວງ ລີມາ ປະເທດ ເປຣູ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງໄດ້ພົບປະສອງຝ່າຍກັບການນຳບັນດາປະເທດ.
ທ່ານປະທານປະເທດ ເລືອງເກືອງ ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon

ທີ່ການພົບປະກັບທ່ານ Christopher Luxon, ນາຍົກລັດຖະມົນຕີ ນິວຊີແລນ, ທ່ານປະທານປະເທດ ເລືອງເກືອງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບນິວຊີແລນ. ທ່ານປະທານປະເທດ ເລືອກເກືອງ ຂອບໃຈລັດຖະບານ ນິວຊີແລນໄດ້ສະໜອງບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 1 ລ້ານ NZD ໃຫ້ແກ່ຫວຽດນາມ ເພື່ອແກ້ໄຂຜົນຕາມມາຈາກພາຍຸ Yagi.

ທີ່ການພົບປະລະຫວ່າງທ່ານປະທານປະເທດ ເລືອກເກືອງ ກັບທ່ານ Prabowo Subiantປະທານາທາບໍດີ ອິນໂດເນເຊຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຊຸກຍູ້ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ໃນປີ 2028 (ປີ 2023 ບັນລຸເກືອບ 14 ຕື້ USD), ສ້າງຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ຜະລິດຕະພັນ Halal ຂອງ ຫວຽດນາມ ເຂົ້າເຖິງຕະຫຼາດ ອິນໂດເນເຊຍ, ຍູ້ໄວການເຈລະຈາລົງນາມການຮ່ວມມືການຄ້າເຂົ້າສານ.

ທີ່ການຕ້ອນຮັບທ່ານ Li Jiachao ຫົວໜ້າເຂດປົກຄອງພິເສດ ຮົງກົງ , ທ່ານປະທານປະເທດ ເລືອງເກືອງ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະໝີປາຍຖືການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ແມ່ນການຄັດເລືອກຍຸດທະສາດ, ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ, ສະໜັບສະໜູນນະໂຍບາຍ “ໜຶ່ງປະເທດ ສອງລະບອບ”.

(ແຫຼ່ງຄັດຈາກ VOV)

ອິດສະຣາແອັນ ແລະ ຊີຣີ ດຳເນີນການສົນທະນາເຈລະຈາເພື່ອຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ

ອິດສະຣາແອັນ ແລະ ຊີຣີ ດຳເນີນການສົນທະນາເຈລະຈາເພື່ອຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ

ບັນດາການປຶກສາຫາລືໄດ້ສຸມໃສ່ການສ້າງກົນໄກຕົວຈິງເພື່ອຢຸດຕິບັນດາການບຸກໂຈມຕີ, ການຈັບຕົວ ແລະ ການເຄື່ອນໄຫວແນໃສ່ບັນດາເປົ້າໝາຍຂອງ ອິດສະຣາແອັນ ແລະ ຊີຣີ

Top