• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເບ​ລາ​ຣຸດ

ຕອນບ່າຍວັນທີ 17 ທັນວາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ Khrenin Viktor Gennadievich ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ Khrenin Viktor Gennadievich

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບ ເບລາຣຸດ ເປັນສຳຄັນ; ສະເໜີສອງຝ່າຍສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເລິກເຊິ່ງກວ່າອີກ ໂດຍຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາບັນດາກົນໄກຮ່ວມມືມີ່ພວມມີໃຫ້ມີປະສິດທິຜົນ; ຊຸກຍູ້ການຮ່ວມມືບຳລຸງສ້າງ, ເສນາຮັກ, ປະຫວັດສາການທະຫານ… ທ່ານປະທານປະເທດ ກໍສະເໜີໃຫ້ການນຳຂັ້ນສູງ ເບລາຣຸດ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນການພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ເບລາຣຸດ, ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ໃຫ້ນັບມື້ນັບພັດທະນາ, ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ.

        ສ່ວນທ່ານລັດຖະມົນຕີ Khrenin Vikror Gennadievich ຢັ້ງຢືນວ່າ ບຸລິມະສິດຂອງເບລາຣຸດ ແມ່ນຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ມີຄວາມປາດຖະໜາຢາກຊຸກຍູ້ຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ Khrenin Viktor Gennadievich ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດເວົ້າສະເພາະ ແລະ ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ ໃຫ້ນັບມື້ນັບພັດທະນຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top