• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ຝຸ​ອຽນ

ທ່ານປະທານປະເທດຕີລາຄາວ່າ ຝຸອຽນ ມີທ່າໄດ້ປຽບຫຼາຍຢ່າງ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຝຸອຽນ (ພາບ: TTXVN)

ຕອນບ່າຍວັນທີ 10 ພະຈິກ, ໃນຂອບເຂດການປະຕິບັດງານຢູ່ ຝຸອຽນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຝຸອຽນ.    

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ອຳນາດການປົກຄອງແຂວງ ເອົາໃຈໃສ່ເຖິງການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ. ທ່ານປະທານປະເທດຕີລາຄາວ່າ ຝຸອຽນ ມີທ່າໄດ້ປຽບຫຼາຍຢ່າງ, ເຊັ່ນ: ປະຊາຊົນດຸໝັ້ນຂະຫຍັນພຽນ, ມີຫຼາຍຮ່ອງຮອຍ, ປູຊະນີຍະສະຖານປະຫວັດສາດທາງດ້ານວັດທະນະທຳ, ການທ່ອງທ່ຽວ ຄວນສ້າງແຜນຜັງພັດທະນາເສດຖະກິດ - ສັງຄົມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ສຳເລັດໃນໄວໆນີ້ ເພື່ອດຶງດູດບັນດາໂຄງການໃຫຍ່, ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ນອກຈາກນັ້ນແລ້ວ, ທ່ານກໍຮຽກຮ້ອງໃຫ້ ຝຸອຽນ ຕ້ອງສືບຕໍ່ເອົາໃຈໃສ່ເຖິງການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ເບິ່ງແຍງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນເຂດຊົນເຜົ່າສ່ວນໜ້ອຍ, ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.

Top