• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ມາ​ຮອດ ລອນດອນ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມ​ພິ​ທີ ຂຶ້ນ​ຄອງ​ລາຊະ​ບັນ​ລັງ ເຈົ້າ​ຊີ​ວິດ ອັງ​ກິດ Charles III

ພາຍຫຼັງມາຮອດນະຄອນຫຼວງ ລອນດອນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມາຢ້ຽມຢາມພະນັກງານ, ລັດຖະກອນ ສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ລາຊະອານາຈັກອັງກິດ.
ທ່ານ ປະທານປະເທດ ຫວໍວັນເຖືອງ ພົບປະກັບລັດຖະກອນ, ພະນັກງານ ສະຖານທູດ ຫວຽດນາມ ປະຈຳ ອັງກິດ (ພາບ: TTXVN)

ຕອນບ່າຍວັນທີ 4 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດ ສະໜາມບິນສາກົນ Hearthrow, ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ, ເລີ່ມຕົ້ນບັນດາການເຄື່ອນໄຫວເພື່ອເຂົ້າຮ່ວມພິທີ ຂຶ້ນຄອງລາຊະບັນລັງ ເຈົ້າຊີວິດ ອັງກິດ Charles III, ຕາມຄຳເຊື້ອເຊີນຂອງ ພະບໍລົມວົງສານຸວົງ ສະຫະດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

ພາຍຫຼັງມາຮອດນະຄອນຫຼວງ ລອນດອນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມາຢ້ຽມຢາມພະນັກງານ, ລັດຖະກອນ ສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ລາຊະອານາຈັກອັງກິດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນເຖິງຄວາມສຳຄັນພິເສດຂອງການພົວພັນ ຫວຽດນາມ - ອັງກິດ ແລະ ໃຫ້ຮູ້ວ່າ ສອງຝ່າຍພວມມານະພະຍາຍາມຍູ້ແຮງການຮ່ວມມືໃນທຸກຂົງເຂດ, ມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ທ່ານກໍ່ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ສຳຄັນ, ບໍ່ສາມາດຕັດແຍກອອກຈາກຊົນຊາດ ຫວຽດນາມໄດ້, ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ອັງກິດຈະປະຕິດຕາມກົດໝາຍ ແລະ ເຊື່ອມໂຍງເຂົ້າກັບປະເທດປະຈຳເຖິ່ນເປັນຢ່າງດີ,  ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງກີດຂວາງເພື່ອບັນລຸໄດ້ ບັນດາຜົນສຳເລັດຕື່ມອີກ. ພິເສດຕ້ອງຮັກສາຄວາມສາມັກຄີຢ່າງແໜ້ນແຟ້ນ, ເຊື່ອມຕໍ່ປະຊາຄົມ, ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ຮັກສາສີສັນວັດທະນະທຳຂອງຊາດ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top