• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ອຸເບ​ກິດ​ສະ​ຖານ

ຕອນບ່າຍວັນທີ 17 ຕຸລາ, ຢູ່ປັກກິ່ງ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສ ການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ດຳເນີນຢູ່ ຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອຸເບກິດສະຖານ Shavkat Mirziyoyev.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະກັບທ່ານປະທານາທິບໍດີ ອຸເບກິດສະຖານ Shavkat Mirziyoyev (ພາບ: TTXVN)

ໃນການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບບັນດາປະເທດ ອາຊີກາງ, ໃນນັ້ນ ມີ ອຸເບກິດສະຖານ. ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ການພົວພັນລະຫວ່າງ ຫວຽດນາມ - ອຸເບກິດສະຖານ ຈະພັດທະນາຢ່າງແທດຈິງກວ່າອີກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນອື່ນ, ເປັນຕົ້ນແມ່ນ: ການສຶກສາ - ກໍ່ສ້າງ, ການແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ການພົບພັນແລກປ່ຽນປະຊາຊົນ, ການຄົ້ນຄວ້າເປີດສາຍການບິນໂດຍກົງເຊື່ອມຕໍ່ບັນດາສະຖານທີຂອງສອງປະເທດນຳກັນ…

ສ່ວນທ່ານປະທານາທິບໍດີ ອຸເບກິດສະຖານ ຢັ້ງຢືນວ່າ Tashkent ຖືການພົວພັນກັບ ຮ່າໂນ້ຍ ເປັນສຳຄັນ. ທ່ານ ກໍຫວັງຢ່າງຍິ່ງວ່າ ຈະຟື້ນຟູບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນເມື່ອກ່ອນ, ໂດຍສະເພາະແມ່ນນ້ຳມັນບໍ່, ການສຶກສາ, ການແລກປ່ຽນນັກສຶກສາ, ການພົວພັນແລກປ່ຽນວັດທະນະທຳ.  

ການນຳສອງທ່ານກໍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ ມີ ສປຊ. ອຸເບກິດສະຖານ ປາດຖະໜາວ່າ ຫວຽດນາມ ຈະເປັນຂົວຕໍ່ເພື່ອເພີ່ມທະວີການເຊື່ອມຕໍ່ກັບ ອາຊຽນ, ໃນຂະນະທີ່, ຫວຽດນາມ ຢາກຜ່ານ ອຸເບກິດສະຖານ ເພື່ອເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ອາຊີກາງ ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຂອງທ່ານປະທານາທິບໍດີ ບຣທ່ານາຊິນ Lula da Silva ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ບຣາຊິນ.

Top