ຂ່າວສານ
ປະທານປະເທດ ຫວຽດນາມ ຮຽກຮ້ອງການກໍ່ສ້າງເຮືອນມະຫາສາມັກຄີ 7000-8000 ຫຼັງໃຫ້ແກ່ແຂວງ ດ້ຽນບຽນ ແລະ ເຂດຕາເວັນຕົກສ່ຽງເໜືອ
ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີປຸກລະດົມສະໜັບສະໜູນການກໍ່ສ້າງເຮືອນມະຫາສາມັກຄີໃຫ້ແກ່ຄອບຄົວທຸກຍາກຂອງແຂວງ ດ້ຽນບຽນ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 - 7/5/2024). ພິທີປຸກລະດົມໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ ຮ່າໂນ້ຍ ກັບ 63 ສະຖານທີ່ໃນທົ່ວປະເທດ.
ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ເນັ້ນໜັກວ່າ ເປົ້າໝາຍຂົນຂວາຍການກໍ່ສ້າງເຮືອນມະຫາສາມັກຄີ ແຕ່ 7000-8000 ຫຼັງ ໃຫ້ແກ່ຄອບຄົວທຸກຍາກຂອງແຂວງ ດ້ຽນບຽນ ແລະ ບາງບໍລິເວັນ ເຂດຕາເວັນຕົກສ່ຽງເໜືອ ແມ່ນວຽກງານທີ່ດີງາມ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຄວາມເມດຕາ, ຊ່ວຍເຫຼືອຢ່າງແທດຈິງ, ທັງແມ່ນຄວາມຮັບຜິດຊອບ, ທັງແມ່ນການສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ຕໍ່ ປຊຊ ບັນດາເຜົ່າໃນເຂດດິນແດນຊື່ງໃນເມື່ອກ່ອນ ປຊຊ ທີ່ໄດ້ເສຍສະຫຼະ, ອຸທິດສ່ວນຢ່າງຫຼວງຫຼາຍ, ປະກອບສ່ວນກຳລັງເຫື່ອແຮງ, ເລືອດເນື້ອໃຫ້ແກ່ປະເທດຊາດ. ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ກ່າວວ່າ:
ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນ, ພະນັກງານ, ລັດຖະກອນ; ນັກຮົບບັນດາກຳລັງປະກອບອາວຸດ, ປຊຊ ທຸກຊັ້ນຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງເສີມຂະຫຍາຍໝູນເຊື້ອສາມັກຄີ, ຮັກແພງ ຊ່ວຍເຫຼືອຊື່ງກັນ ແລະ ກັນ, ຕອບບຸນແທນຄຸນ, ຮ່ວມແຮງຮ່ວມໃຈສະໜັບສະໜູນ, ປະກອບດ້ານວັດຖຸ ແລະ ກຳລັງເຫື່ອແຮງ ເພື່ອປະຕິບັດໂຄງການນີ້ສຳເລັດຜົນ.