• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ

ສ່ວນທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນແຖວໜ້າ; ສະເໜີຍີ່ປຸ່ນ ສືບຕໍ່ຊ່ວຍໜູນວົງຄະນະຍາດຊາວຫວຽດນາມ ຢູ່ ຍີ່ປຸ່ນ, ຊ່ວຍໜູນທາງດ້ານຢາວັກຊິນກັນໂຄວິດ - 19 ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຢື່ນຢັນວ່າ ຍີ່ປຸ່ນຖືເປັນສຳຄັນທີ່ສຸດແລະຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ຕັ້ງໜ້າຊ່ວຍໜູນຫວຽດນາມພັດທະນາໃນໄລຍະທີ່ຈະມາເຖິງ. ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອຫຼ້າ 200 ລ້ານເຢັນ ເພື່ອສ້າງຕ່ອງໂສ້ຮັກສາຄວາມເຢັນວັກຊິນ, ສະໜອງກ່ຳປັ່ນຄົ້ນຄ້ວາວິທະຍາສາດທະເລ ແລະ ຈະເປີດສະຖານກົງສູນໃຫຍ່ຂອງຍີ່ປຸ່ນ ຢູ່ດ່ານັ້ງ ໃນປີ 2022.

ສ່ວນທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນແຖວໜ້າ; ສະເໜີຍີ່ປຸ່ນ ສືບຕໍ່ຊ່ວຍໜູນວົງຄະນະຍາດຊາວຫວຽດນາມ ຢູ່ ຍີ່ປຸ່ນ, ຊ່ວຍໜູນທາງດ້ານຢາວັກຊິນກັນໂຄວິດ - 19 ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນຫວຽດນາມ.

ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນແລກປ່ຽນ, ແລະພົບປະທຸກຂັ້ນ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື, ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ, ສະກັດກັ້ນໂຄວິດ - 19, ຍູ້ແຮງການຮ່ວມມືຜັນຂະຫຍາຍສັນຍາ CPTPP, ເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ແລະ ສົມທົບກັນກະກຽມຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດໃນປີ 2023. ການນຳທັງສອງທ່ານຍັງແລກປ່ຽນກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນນັ້ນມີບັນຫາ ທະເລຕາເວັນອອກ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ທີ່ການເຈລະຈາ ການນຳທັງສອງທ່ານໄດ້ແລກປ່ຽນຫຼາຍມາດຕະການແນໃສ່ເພີ່ມທະວີການພົວພັນສອງຝ່າຍແລະເຫັນດີນຳກັນວ່າ ບັນດາກະຊວງຂະແໜງການຂອງສອງປະເທດຄວນສືບຕໍ່ພະຍາຍາມຊຸກຍູ້ການຮ່ວມມືເປັນຕົ້ນແມ່ນຮັກສາບັນດາກົນໄກແລກປ່ຽນ ແລະ ຍູ້ແຮງບັນດາກົນໄກທີ່ສຳຄັນ, ບັນດາການກຳນົດທິດບຸລິມະກິດໃນບັນດາຂົງເຂດປ້ອງກັນ, ສະກັດກັ້ນໂຄວິດ - 19, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ, ການລົງທຶນ, ພະນັກງານ, ຄົມມະນາຄົມຂົນສົ່ງ…ມຸ່ງໄປສູ່ກອງປະຊຸມຮ່ວມມືບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຝລັ່ງ ເຊິ່ງຄາດວ່າຈະດຳເນີນຢູ່ຮ່າໂນ້ຍໃນທ້າຍປີ 2022.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top