• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ

ຕອນເຊົ້າວັນທີ 31 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Shin Dong – bin ປະທານກຸ່ມບໍລິສັດ Lotte ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Shin Dong – bin ປະທານກຸ່ມບໍລິສັດ Lotte (ພາບ: TTXVN)  

ປະທານປະເທດ ຫງວຽນຊວັນຟຸກ ຕີລາຄາໃນໄລຍະຜ່ານມາວ່າ, ກຸ່ມບໍລິສັດ Lotte ໂດຍແມ່ນກຸ່ມບໍລິສັດທີ່ມີຂອບຂະໜາດໃຫຍ່ທີ 5 ຂອງ ສ.ເກົາຫຼີ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຮ່ວມມືທາງດ້ານເສດຖະກິດ, ການຄ້າສອງປະເທດ ເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ; ທ່ານປະທານປະເທດ ຫວັງວ່າ Lotte ຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໂດຍໄວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຊົມເຊີຍ Lotte ທີ່ໄດ້ລົງທຶນເຂົ້າຫວຽດນາມ ເກືອບ 5 ຕື້ USD ແລະ ຖືນີ້ແມ່ນຕະຫຼາດໃຫຍ່ອັນດັບທີ 3 ຂອງ Lotte ຖັດຈາກ ສ.ເກົາຫຼີ, ຍີ່ປຸ່ນ ແລະ ສະເໜີໃຫ້ Lotte ສືບຕໍ່ລົງທຶນເຂົ້າຫຼາຍໂຄງການຂະໜາດໃຫຍ່ຢູ່ ຫວຽດນາມ, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ.

ສ່ວນທ່ານ Shin Dong-bin ປະທານກຸ່ມບໍລິສັດ Lotte ໃຫ້ຮູ້ວ່າ, ກຸ່ມບໍລິສັດ ຄາດວ່າຈະລົງທຶນໃສ່ບາງໂຄງການຢູ່ ຮ່າໂນ້ຍ. Lotte ກໍ່ຊຸກຍູ້ການສ້າງລະບົບນິເວດ Startup ໜູນຊ່ວຍຊາວໜຸ່ມເຍົາວະຊົນ ຫວຽດນາມ, ລົງທຶນໃສ່ວິສາຫະກິດ Startup ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top