• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ເປັນປະທານວາລະກອງປະຊຸມຄັ້ງທີ 5 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 – 2026.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມວາລະປະຊຸມ ມີທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຮອງປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ;  ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ… ທີ່ວາລະປະຊຸມ, ສະພາໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດ, ເປັນຕົ້ນແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດໃນໄລຍະຜ່ານມາ; ສະພາບການໝາກຜົນຂອງການຜັນຂະຫຍາຍມະຕິວ່າດ້ວຍການຈັດຕັ້ງກອງປະຊຸມປະຊາຊົນໄລຍະ 2021 – 2030 ແລະ ຊຸມປີຕໍ່ໄປ ແລະ ມະຕິວ່າດ້ວຍການຍູ້ແຮງການກໍ່ສ້າງກຳລັງຕຳຫຼວດປະຊາຊົນມີຄວາມໂປ່ງໃສ, ເຂັ້ມແຂງ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່ຢ່າງແທ້ຈິງ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ໂຕເລິມ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງຕ້ອງສືບຕໍ່ຕິດແທດ, ຕິດຕາມ, ເປັນເຈົ້າການກຳແໜ້ນ, ຄົ້ນຄ້ວາ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໂລກ, ພາກພື້ນ, ພາຍໃນປະເທດ ເປັນຕົ້ນແມ່ນບັນດາບັນຫາພົ້ນເດັ່ນຂຶ້ນ, ມີລັກສະນະຍຸດທະສາດກໍ່ຜົນກະທົບຕໍ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງ ຫວຽດນາມ, ເພື່ອເປັນເສນາທິການກັບພັກ, ລັດ ກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການແກ້ໄຂຢ່າງທັນການ ເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top