• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ອວຍ​ພອນ​ວັນ​ບຸນ​ຄຼິດ​ສະ​ມາດ ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ

ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ແຂວງເງະອານ, ຢ້ຽມຢາມເຂດຊາວຄຼິດ ວິງ.

ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນ ຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ແຂວງເງະອານ. (ພາບ: TTXVN)

ຕອນເຊົ້າວັນທີ 13 ທັນວາ, ຢູ່ແຂວງເງະອານ, ເນື່ອງໃນໂອກາດວັນບຸນ ຄຼິດສະມາດ ປີ 2020, ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ແຂວງເງະອານ, ຢ້ຽມຢາມເຂດຊາວຄຼິດ ວິງ. ທ່ານ ເຈິ່ນແທັງເໝິນ ປາດຖະໜາວ່າ ດ້ວຍບົດບາດ, ອິດທິພົນຊື່ສຽງຂອງຄົນ, ບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດໃນບໍລິເວນແຂວງ ເງະອານ ຈະສືບຕໍ່ເອົາໃຈໃສ່, ໂຄສະນາ, ຂົນຂວາຍຊາວຄຼິດ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມ, ຕອບສະໜອງບັ້ນຂົນຂວາຍຕ່າງໆ, ໂດຍສະເພາະແມ່ນພັດທະນາເສດຖະກິດ, ສ້າງຄອບຄົວວັດທະນະທຳ, ຊົນນະບົດໃໝ່; ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມ ຢູ່ທ້ອງຖິ່ນ ແລະ ປະເທດຊາດ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ໄປອວຍພອນວັນບຸນ ຄຼິດສະມາດ ຢູ່ ເຂດຊາວຄຼິດ ບຸ່ຍຈູ, ແຂວງນາມດິ້ງ ແລະ ພໍ່ແມ່ພີນ້ອງຊາວຄຼິດ ຢູ່ ເຂດຊາວຄຼິດ ຖ໊າຍບິ່ງ ແຂວງ ຖ໊າຍບິ່ງ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top