• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຕິ​ບັດ​ສຳ​ເລັດ​ແລວນິ​ຕິ​ກຳ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ພິມ​ຈຳ​ໜ່າຍ​ດີ​ຈີ​ຕອນ

ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ ການ​ປັບ​ປຸງ​ກົດ​ໝາຍ​ຕ້ອງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຈ​າກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ໄປ​ສູ່​ການ​ສ້າງ​ສັນ​ພັດ​ທະ​ນາ.
  ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 15 ກໍ​ລະ​ກົດ, ໂດຍສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໄດ້ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳ​ໜ່າຍ; ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ຜູ້​ອອກ​ແຮງ​ງານ ຫວຽດ​ນາມ ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຕາມ​ສັນ​ຍາ ແລະ ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ຮ່າງ​ລັດ​ຖະ​ບັນ​ຍັດ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ຄ່າທຳນຽມການ​ດຳ​ເນີນ​ຄະ​ດີ.

ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ ການ​ປັບ​ປຸງ​ກົດ​ໝາຍ​ຕ້ອງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຈ​າກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ໄປ​ສູ່​ການ​ສ້າງ​ສັນ​ພັດ​ທະ​ນາ. ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດໄດ້​ເປັນ​ເອ​ກະ​ພາບ​ໂດຍ​ພື້ນ​ຖານ​ຕໍ່​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ປັບ​ປຸງ​ກົດ​ໝາຍ, ພ້ອມ​ທັງ​ສະ​ເໜີໃຫ້​ສືບ​ຕໍ່ສ້າງ​ສຳ​ເລັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຮູບ​ແບບ​ກຸ່ມ​ບໍ​ລິ​ສັດ​ພິມ​ຈຳ​ໜ່າຍ - ສື່ມວນ​ຊົນ​; ເພີ່ມ​ເຕີມ​ບັນ​ດາ​ກົນ​ໄກ​ພັດ​ທະ​ນາ​ການ​ພິມ​ຈຳ​ໜ່າຍ​ດີ​ຈີ​ຕອນ, ໝູນ​ໃຊ້​ປັນ​ຍາ​ປະ​ດິດ, ເພີ່ມ​ທະ​ວີ​ການ​ປົກ​ປ້ອ​ງ​ສິດທິ​ຂອງ​ຜູ້​ຂຽນ ແລະ ແກ້​ໄຂ​ບັນ​ດາ​ການ​ກະ​ທ​ຳ​ລະ​ເມີດ​ຢ່າງ​ເຂັ້ມ​ງວດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top