• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ ຈະ​ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ

ຕອນເຊົ້າວັນທີ 26 ມັງກອນ ປະຊາຊົນຢູ່ນະຄອນ ໂຮ່ຈີມິນ ແລະ ເຂດກໍ້າຕາເວັນອອກພາກໃຕ້ໄດ້ຕິດຕາມວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ XIII. ບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໄດ້ຕັ້ງຄວາມຫວັງ ແລະ ເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້, ເພື່ອນຳປະເທດຊາດສືບຕໍ່ພັດທະນາໃນໄລຍະຈະມາເຖິງ.
ອ້າຍ ຫງວຽນງອກດິ້ງ, ປະຊາຊົນຢູ່ນະຄອນ ຖູເຢົາໂມດ, ແຂວງ ບິ່ງເຢືອງ (ພາບ: VOV)

ອ້າຍ ຫງວຽນງອກດິ້ງ, ປະຊາຊົນຢູ່ນະຄອນ ຖູເຢົາໂມດ, ແຂວງ ບິ່ງເຢືອງ ຫວັງວ່າ:

        “ຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະບັນລຸໄດ້ຕາມມາດຕະຖານ ເຊິ່ງມະຕິໄດ້ວາງອອກ, ມີຄວາມສາມັກຄີ ແລະ ນຳປະເທດພວກເຮົານັບມື້ນັບໝັ້ນຄົງ, ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ຊຸກຍູ້ກຳລັງໜູນແກ່ການພັດທະນາປະເທດຊາດໃຫ້ນັບມື້ນັບດີຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ເປັນແປ້ນຢັນໃຫ້ຊຸມປີຕໍ່ໄປ”.

        ເອື້ອຍ ເລທິທື ຢູ່ນະຄອນ ບ່າເຣ້ຍ, ແຂວງ ບ່າເຣ້ຍ - ຫວູງເຕົ່າ ກໍຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.

        “ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະຍົກສູງກທາງດ້ານວິທະຍາສາດ - ເຕັກໂນໂລຢີ, ເຕັກນິກ, ລົງທຶນກໍ່ສ້າງຕົວເມືອງອັດສະລິຍະ ແລະ ມີການກຳນົດທິດ ແລະ ລັດຖະນະໂຍບາຍທີ່ເໝາະສົມເພື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”.

        ສ່ວນພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ ຈະສືບຕໍ່ວາງແຜນນະໂຍບາຍ, ນະໂຍບາຍສຳລັບປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງເຜົ່າຕົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top