• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ລາວ ຈັດ​ບຸນ​ຫໍ່ເຂົ້າ​ປະ​ດັບ​ດິນ

ວັນທີ 12 ສິງຫາ (ເຊິ່ງກົງກັບວັນທີ 15 ເດືອນ 7 ໄລ່ຕາມຈັນທະປະຕິທິນ), ຢູ່ວັດ ເຟິດຕິກ, ນະຄອນຫຼວງ ວຽງຈັນ ໄດ້ດໍາເນີນບຸນຫໍ່ເຂົ້າປະດັບດິນ ພສ.2566 ດ້ວຍການເຂົ້າຮ່ວມຂອງພະສົງ, ສຳມະເນນ, ພຸດທະສາສະນິກກະຊົນ ລາວ ແລະ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ.

ວັນທີ 12 ສິງຫາ (ເຊິ່ງກົງກັບວັນທີ 15 ເດືອນ 7 ໄລ່ຕາມຈັນທະປະຕິທິນ), ຢູ່ວັດ ເຟິດຕິກ, ນະຄອນຫຼວງ ວຽງຈັນ ໄດ້ດໍາເນີນບຸນຫໍ່ເຂົ້າປະດັບດິນ ພສ.2566 ດ້ວຍການເຂົ້າຮ່ວມຂອງພະສົງ, ສຳມະເນນ, ພຸດທະສາສະນິກກະຊົນ ລາວ ແລະ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ. 

   

ບຸນຫໍ່ເຂົ້າປະດັບດິນ ພສ.2566 ຈັດຢູ່ວັດ ເຟິດຕິກ (ພາບ: VOV)

ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍວັດ ເຟິດຕິກ, ວຽງຈັນ ຈັດຂຶ້ນ ເພື່ອແນໃສ່ອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອໃນຊີວິດວັດທະນະທຳຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນໂອກາດເພື່ອໃຫ້ພຸດທະສາສະນິກກະຊົນ ສະແດງນ້ຳໃຈກະຕັນຍູຕໍ່ພໍ່ແມ່ - ຜູ້ໃຫ້ກຳເນີດ. ບຸນຫໍ່ເຂົ້າປະດັບດິນ ຢູ່ວັດ ເຟິດຕິກ, ວຽງຈັນ ຖືກຈັດຂຶ້ນດ້ວຍພິທີກຳທີ່ເປັນມູນເຊື້ອຂອງທັງ ພຸດທະສາສະໜາຂອງ ລາວ ແລະ ຫວຽດນາມ, ເຊິ່ງເປັນການສະແດງໃຫ້ເຫັນສາຍພົວພັນທີ່ພິເສດ ແລະ ຄວາມຜູກພັນອັນໜຽວແໜ້ນຂອງພະສົງ, ສຳມະເນນ, ພຸດທະສາສະນິກກະຊົນ 2 ປະເທດ ລາວ ແລະ ຫວຽດນາມ.

ໂດຍໄດ້ຮັບການກໍ່ສ້າງສຳເລັດແຕ່ທ້າຍປີ 2010 ດ້ວຍເນື້ອທີ່ກວ່າ 2.000 m2, ວັດ ເຟິດຕິກ ວຽງຈັນ ບໍ່ພຽງແຕ່ແມ່ນບ່ອນເຄື່ອນໄຫວວັດທະນະທຳຈິດວິນຍານຂອງພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ດິນແດນລ້ານຊ້າງເທົ່ານັ້ນ, ຫາກຍັງແມ່ນບ່ອນເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນ ພ້ອມກັນອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ນີ້ກໍແມ່ນບ່ອນອະນຸລັກຮັກສາສີສັນ ແລະ ໂຄສະນາວັດທະນະທຳຂອງຊາດ ຫວຽດນາມ ຢູ່ ລາວ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top