• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ມີ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃນ​ການ​ພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ບັນດາຄຳເຫັນຢ່າງຈິງໃຈ, ກົງໄປກົງມາ, ສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາ, ພິຈາລະນາ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ບັນດາຄຳເຫັນຢ່າງຈິງໃຈ, ກົງໄປກົງມາ, ສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາ, ພິຈາລະນາ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເຂດຝັ່ງຕາເວັນອອກ ປະເທດອາເມລິກາ

ເນື່ອງໃນໂອກາດປະຕິບັດງານຢູ່ ອາເມລິກາ, ວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເຂດຝັ່ງຕາເວັນອອກ ປະເທດອາເມລິກາ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຫັນອົກເຫັນໃຈກັບພໍ່ແມ່ປະຊາຊົນ ເມື່ອຢູ່ໄກຈາກບ້ານເກີດເມືອງນອນ, ປະເທດຊາດ, ທ່ານກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕໍ່ປະເທດຊາດ ແລະ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນລະຫ່ວາງ ຫວຽດນາມ ແລະ ອາເມລິກາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ ແລະ ລັດ ຍາມໃດກໍ່ຢັ້ງຢືນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດບັນດາເຜົ່າຫວຽດນາມ ໄດ້.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ບັນດາຄຳເຫັນຢ່າງຈິງໃຈ, ກົງໄປກົງມາ, ສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາ, ພິຈາລະນາ. ທ່ານກໍ່ຮຽກຮ້ອງໃຫ້ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ສືບຕໍ່ປະຕິບັດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ.

    ປັດຈຸບັນ, ມີຊາວຫວຽດນາມ ປະມານ 5,3 ລ້ານຄົນພວມອາໄສຢູ່ຕ່າງປະເທດ, ໃນນັ້ນປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາແມ່ນຫຼາຍທີ່ສຸດດ້ວຍ 2,2 ລ້ານຄົນ ແລະ ມີອາຊີບ, ອາຍຸ ແລະ ຊົນເຜົ່າເປັນຫຼາຍຮູບແບບທີ່ສຸດ. ພິເສດ, ຖັນແຖວປັນຍາຊົນ, ນັກທຸລະກິດເປັນຈຳນວນຫຼາຍ ໄດ້ເຂົ້າຮ່ວມ, ປະກອບສ່ວນເຂົ້າໃນອຳນາດການປົກຄອງ ແລະ ວັດທະນະທຳຂອງ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top