• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກາດ​ໃຊ້​​ແຜນ​ຜັງ​ສັງ​ລວມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ລະ​ບົບ​ທ່າ​ກ່ຳ​ປັ່ນ​ທະ​ເລ ຢູ່ ຫວຽດ​ນາມ

ການວາງແຜນຜັງສັງລວມກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ຈະໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກໍ່ສ້າງ, ຄຸ້ມຄອງ, ຂຸດຄົ້ນ, ມຸ່ງໄປເຖິງການກໍ່ສ້າງທ່າກ່ຳປັ່ນທະເລ ຂຽວ.
ທ່າກ່ຳປັ່ນແລກຮວຽນ, ຫ໋າຍຝ່ອງ (ພາບ: TTXVN)

ໃນຕອນບ່າຍວັນທີ 7 ຕຸລາ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫາກໍ່ ປະກາດ ການວາງແຜນຜັງສັງລວມ ກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ໄລຍະ 2021 – 2030 ແລະ ວິໄສທັດ 2050, ນີ້ແມ່ນແຜນຜັງສັງລວມທີ່ ທ່ານນາຍົກລັດຖະມົນຕີອະນຸຍາດ ເມື່ອເດືອນກັນຍາ ປີ 2021.

ການວາງແຜນຜັງສັງລວມກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ຈະໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກໍ່ສ້າງ, ຄຸ້ມຄອງ, ຂຸດຄົ້ນ, ມຸ່ງໄປເຖິງການກໍ່ສ້າງທ່າກ່ຳປັ່ນທະເລ ຂຽວ. ພັດທະນາທ່າກ່ຳປັ່ນທະເລ ຕາມແຜນຜັງ, ໃຫ້ບຸລິມະສິດທ່າກ່ຳປັ່ນທະເລເປັນ ປະຕູເຂົ້າອອກ ກັບສາກົນ, ທ່າກ່ຳປັ່ນທະເລ ທີ່ມີຂອບຂະໜາດໃຫຍ່ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສົງຄົມ.

ທ່ານ ຫງວຽນວັນເຖ໋ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກ ໃຫ້ບັນດາທ້ອງຖິ່ນ ແລະ ນັກລົງທຶນ, ມີການສົມທົບຢ່າງແໜ້ນແຟ້ນ ກັບບັນດາອົງການ, ກະຊວງ, ຂະແໜງການ ພ້ອມກັນຜັນຂະຫຍາຍແຜນຜັງ, ເພື່ອແນໃສ່ຂຸດຄົ້ນທ່າໄດ້ປຽບຈາກລະບົບທ່າກ່ຳປັ່ນທະເລ ຫວຽດນາມຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

ຫວຽດນາມ ມີລະບົບທ່າກ່ຳປັ່ນທະເລນັບຮ້ອຍແຫ່ງ. ດັ່ງນັ້ນ, ມີລະບົບນີ້ແມ່ນ ເພື່ອພັດທະນາເສດຖະກິດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງປະເທດເຮົາ, ໃນນັ້ນສຳຄັນທີ່ສຸດແມ່ນ ເຂດທ່າກ່ຳປັ່ນຫ໋າຍຝ່ອງ ທີ່ເຊື່ອມຕໍ່ກ໋ວາງນິງ, ທ໊າຍບິ່ງ ຈະສືບຕໍ່ພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top