• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດ ລັດເຊຍ ເລີ່ມກ້າວເຂົ້າການເລືອກຕັ້ງປະທານາທິບໍດີຄັ້ງທີ 8

ບັນດາສະຖານທີ່ປ່ອນບັດເລືອກຕັ້ງຈະເປີດປະຕູໃນທົ່ວປະເທດ ລັດເຊຍ ໃນເວລາ 8 ໂມງ ຫາ 20 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 15 ຫາ 17 ມີນາ.
ນີ້ແມ່ນຄັ້ງທຳອິດທີ່ປະເທດ ລັດເຊຍ ດຳເນີນການເລືອກຕັ້ງປະທານາທິບໍດີເປັນເວລາ 3 ວັນ (ພາບ: REUTERS)

ຕອນເຊົ້າວັນທີ 15 ມີນາ, ບັນດາສະຖານທີ່ປ່ອນບັດເລືອກຕັ້ງທຳອິດຢູ່ເຂດ Kamchatka ຂອງ ລັດເຊຍ ໄດ້ເປີດປະຕູເພື່ອໃຫ້ປະຊາຊົນມາປ່ອນບັດ ໃນການເລືອກຕັ້ງປະທານາທິບໍດີຄັ້ງທີ 8. ບັນດາສະຖານທີ່ປ່ອນບັດເລືອກຕັ້ງຈະເປີດປະຕູໃນທົ່ວປະເທດ ລັດເຊຍ ໃນເວລາ 8 ໂມງ ຫາ 20 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 15 ຫາ 17 ມີນາ. ນີ້ແມ່ນຄັ້ງທຳອິດທີ່ປະເທດ ລັດເຊຍ ດຳເນີນການເລືອກຕັ້ງປະທານາທິບໍດີເປັນເວລາ 3 ວັນ.

ການເລືອກຕັ້ງປີນີ້ແມ່ນການແຂ່ງຂັນລະຫວ່າງຜູ້ສະໝັກຮັບເລືອກຕັ້ງ 4 ທ່ານ, ລວມມີ: ທ່ານ Vladislav Davankov ຂອງພັກ “ບັນດາຜູ້ໃໝ່”, ທ່ານ Leonid Slutsky ຂອງພັກປະຊາທິປະໄຕເສລີ ລັດເຊຍ (LDPR), ທ່ານ Nikolai Kharitonov ຂອງພັກກອມມູນິດສະຫະພັນ ລັດເຊຍ (KPRF) ແລະ ທ່ານປະທານາທິບໍດີຄົນປະຈຸບັນ Vladimir Putin, ຜູ້ສະໝັກຮັບເລືອກຕັ້ງດ້ວຍຖານະຜູ້ສະໝັກຮັບເລືອກຕັ້ງເອກະລາດ.

ໝາກຜົນການຢັງຫາງສຽງກ່ອນການເລືອກຕັ້ງລ້ວນແຕ່ຄາດຄະເນວ່າ, ທ່ານປະທານາທິບໍດີ Vladimir Putin, ຈະຍາດໄດ້ໄຊຊະນະຢ່າງຂາດຂັ້ນຕໍ່ຜູ້ສະໝັກຮັບເລືອກຕັ້ງ 3 ທ່ານທີ່ຍັງເຫຼືອ ແລະ ສືບຕໍ່ດຳລົງຕຳແໜ່ງຕື່ມອີກອາຍຸການໜຶ່ງເປັນເວລາ 6 ປີ.

CEC ຈະເລີ່ມປະກາດໝາກຜົນທຳອິດແຕ່ເວລາ 21 ໂມງຂອງວັນທີ 17 ມີນາ. ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງດັ່ງກ່າວຈະປະກາດໃນຕອນເຊົ້າວັນທີ 18 ມີນາ.

(ແຫຼ່ງຄັດຈາກ VOV)

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

Top