• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ

ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວນການວາງແຜນກຳນົດ ເປັນການສະແດງໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານວາງແຜນກຳນົດ, ໂດຍສະເພາະແມ່ນການວາງແຜນກຳນົດສັງລວມແຫ່ງຊາດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ (ພາບ: VGP)  

ຕອນເຊົ້າວັນທີ 02 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດຂອງຄະນະປະຈຳລັດຖະບານ ກັບບັນດາກະຊວງ, ຂະແໜງການ ແລະ  63 ແຂວງ, ນະຄອນ ກ່ຽວກັບການຍູ້ໄວຄວາມຄືບໜ້າການວາງແຜນກຳນົດ ແລະ ໃຫ້ຄຳປຶກສາກ່ຽວກັບການກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ນີ້ແມ່ນຄັ້ງທີ 2 ໃນຮອບເວລາເກືອບ 1 ປີຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວນການວາງແຜນກຳນົດ ເປັນການສະແດງໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານວາງແຜນກຳນົດ, ໂດຍສະເພາະແມ່ນການວາງແຜນກຳນົດສັງລວມແຫ່ງຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ວຽກງານວາງແຜນກຳນົດຕ້ອງກ້າວເດີນກ່ອນບາດກ້າວໜຶ່ງ, ຕິດແທດກັບສະພາບຕົວຈິງ, ສາມາດເປັນໄປໄດ້, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາເຂດ, ຂົງເຂດທີ່ຕ້ອງການວາງແຜນກຳນົດໄດ້ຢ່າງສຸດຂີດ ກໍຄືທ່າແຮງແກ່ງແຍ້ງຂອງແຕ່ລະຂະແໜງ, ທ້ອງຖິ່ນ. ທ່ານກ່າວວ່າ:

ເມື່ອປະຕິບັດວຽກງານການວາງແຜນກຳນົດນັ້ນ  ຕ້ອງພະຍາຍາມຄົ້ນຫາ ແລະ ຊີ້ອອກໃຫ້ເຫັນກຳລັງບົ່ມຊ້ອນທີ່ແຕກຕ່າງ, ກາລະໂອກາດທີ່ພົ້ນເດັ່ນ, ທ່າແຮງແກ້ງແຍ້ງເພື່ອເສີມຂະຫຍາຍໃຫ້ໄດ້ຢ່າງສຸດຂີດ. ພ້ອມດຽວກັນນັ້ນ, ຊີ້ໃຫ້ເຫັນຂໍ້ຈຳກັດ, ຈຸດອ່ອນດ້ອຍ, ຂໍ້ຂັດແຍ້ງ, ສິ່ງທ້າທາຍເພື່ອມີມາດຕະການທີ່ເໝາະສົມ. ການວາງແຜນກຳນົດຕ້ອງມີຈິນຕະນາການບຸກທະລຸມີ, ວິໄສທັດຍຸດທະສາດ ແລະ ຕ້ອງໃກ້ຊິດຕິດແທດກັບສະພາບການຜັນແປຕົວຈິງ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຢາກພັດທະນາໄດ້ເປັນຢ່າງດີນັ້ນ ຕ້ອງມີແຜນກຳນົດທີ່ດີ, ເພາະວ່າ ແຜນກຳນົດທີ່ດີນັ້ນ ຈຶ່ງມີໂຄງການ, ລາຍການທີ່ດີ, ມີລາຍການທີ່ດີຈຶ່ງມີນັກລົງທຶນທີ່ດີ.


(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top