• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ລັດເຊຍ ມຸ່ງໄປເຖິງສັງກາດຮ່ວມມືໃໝ່ກັບອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ

      ວັນທີ 08 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ການຮ່ວມມື ລັດເຊຍ - ອາເມລິກາ ຈະໄດ້ຮັບການປັບປຸງ ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donal Trump

ທ່ານປະທານາທິບໍດີ ອາເມລິກາ Donal Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP)
      ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງການນຳ ລັດເຊຍ - ອາເມລິກາ 2 ທ່ານມີການພົບປະໂດຍກົງຄັ້ງທຳອິດ, ແມ່ນເຫດການໄດ້ຮັບຄວາມສົນໃຈຈາກຫາງສຽງສາກົນ ພາຍຫລັງ ບັນດາຄຳກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ ເມື່ອປີກ່ອນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ນອກກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ນະຄອນ Hamburg  ປະເທດ ເຢຍລະມັນ, ທ່ານປະທານາທິບໍດີ ລັດເຊຍ ຢືນຢັນວ່າ ມີທຸກສາຍເຫດເພື່ອເຊື່ອໝັ້ນວ່າ ລັດເຊຍ - ອາເມລິກາ ອາດຈະກໍ່ສ້າງຄືນໃໝ່ສ່ວນໜຶ່ງການຮ່ວມມືທີ່ມີຄວາມຈຳເປັນ. ການນຳ ລັດເຊຍ ສະແດງຄວາມຫວັງກ່ຽວກັບແງ່ຫວັງປັບປຸງການພົວພັນ 2 ຝ່າຍ ແລະ ໃຫ້ຂໍ້ສັງເກດວ່າ ບາງຮາກຖານໃຫ້ເລື່ອງນີ້ ໄດ້ຮັບການສ້າງຕັ້ງ.
 (ແຫຼ່ງຄັດຈາກ VOV)
 
 

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ສຳລັບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ

Top