• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ການສຶກສາແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ

ວັນທີ 3 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີເປີດ ແລະ ມອບໂຮງຮຽນມັດທະຍົມຕອນປາຍ ກີ່ເຊີນ, ແຂວງເງະອານ ແລະ ພິທີໄຂ ສົກຮຽນໃໝ່ 2022-2023.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີກອງໄຂສົກຮຽນໃໝ່  

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ   ການເບິ່ງແຍງດູແລ ແລະ ບຳລຸງສ້າງພວກນ້ອງນັກຮຽນ ເປັນພື້ນຖານຢ່າງໜັກແໜ້ນ, ແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ, ປົດປ່ອຍມະນຸດ ຈາກຄວາມທຸກຍາກຫຼ້າຫຼັງ ເພື່ອກ້າວໄປເຖິງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ :

“ພັດທະນາການສຶກສາ ແລະ ບຳລຸງສ້າງ, ຮັບປະກັນຄວາມຍຸຕິທຳດ້ານການສຶກສາ, ເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອຫຼັງ, ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າສ່ວນໜ໊ອຍຢູ່ເຂດຫ່າງໄກສອກຫຼີກ, ໜູນຊ່ວຍ ຫລຸດຜ່ອນຄວາມຫຍຸ້ງຍາກ, ພັດທະນາເທື່ອລະກ້າວໃຫ້ທັນກັບເຂດທົ່ງພຽງແມ່ນທັດສະນະຊີ້ນຳອັນໃຫຍ່ຫຼວງ ແລະ ລຸລວງ ຂອງພັກ ແລະ ລັດ ຫວຽດນາມ. ສະພາແຫ່ງຊາດໄດ້ເອົາໃຈໃສ່ເຖິງການຫັນບັນດາທັດສະນະຂອງພັກໃຫ້ເປັນລະບອບກົດໝາຍ, ສ້າງ ແລະ ປະກາດໃຊ້ຫຼາຍນະໂຍບາຍ, ກົດໝາຍ ໃຫ້ສົມບູນແບບເພື່ອພັດທະນາການສຶກສາ. ການເບິ່ງແຍງດູແລ ແລະ ບຳລຸງສ້າງພວກນ້ອງນັກຮຽນ ເປັນພື້ນຖານຢ່າງໜັກແໜ້ນ, ແມ່ນຂໍ້ກຸນແຈເພື່ອມຸ່ງໄປສູ່ອະນາຄົດ, ປົດປ່ອຍມະນຸດ ຈາກຄວາມທຸກຍາກຫຼ້າຫຼັງ ເພື່ອກ້າວໄປເຖິງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ”. 

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top