• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບປະທານລັດຖະສະພາ ເອີຣົບ

      ໃນໄລະຍະຈະມາເຖິງ, ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ແລກປ່ຽນ, ເຈລະຈາກັບ ອີຢູ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແນໃສ່ຍູ້ໄວວິວັດທະນາການລົງນາມ, ໃຫ້ສັດຕະຍາບັນ EVFTA ແລະ IPA.
      ຕອນເຊົ້າວັນທີ 04 ເມສາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານລັດຖະສະພາ ເອີຣົບ (EP) ຢູ່ລາຊະອານາຈັກ ແບນຊິກ, ທ່ານປະທານ EP Antonio Tajani ໄດ້ເປັນປະທານພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກກັບ EP.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານ EP Antonio Tajani (ພາບ: daibieunhandan.vn)
      ພາຍຫລັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານ EP Antonio Tajani ໄດ້ດຳເນີນການພົບປະເຈລະຈາ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ປັດຈຸບັນ, ອີຢູ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4, ແມ່ນຕະຫລາດສົ່ງອອກໃຫຍ່ອັນດັບທີ 2 ແລະ ແມ່ນນັກລົງທຶນໃຫຍ່ອັນດັບທີ 5 ຂອງ ຫວຽດນາມ. ເພື່ອຍົກລະດັບການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຂຶ້ນສູ່ລະດັບສູງໃໝ່, 2 ຝ່າຍໄດ້ເຈລະຈາສຳເລັດແລ້ວ ແລະ ພວມກະກຽມລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາປົກປ້ອງການລົງທຶນ (IPA). ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ທ່ານປະທານ EP Antonio Tajani ຈະສະໜັບສະໜູນເພື່ອນຳເນື້ອໃນຂອງ EVFTA ມາໃຫ້ສັດຕະຍາບັນໃນກອງປະຊຸມທຳອິດຂອງ EP ໃນອາຍຸການໃໝ່. ໃນໄລະຍະຈະມາເຖິງ, ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ແລກປ່ຽນ, ເຈລະຈາກັບ ອີຢູ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແນໃສ່ຍູ້ໄວວິວັດທະນາການລົງນາມ, ໃຫ້ສັດຕະຍາບັນ EVFTA ແລະ IPA.
            ທ່ານ Antonio Tajani ຢັ້ງຢືນວ່າ ອີຢູ ຖື EVFTA ແລະ IPA ເປັນສຳຄັນທີ່ສຸດ. ແລະ ທ່ານຊີ້ແຈ້ງວ່າ: ບັນດາສັນຍາເຫຼົ່ານີ້ ມີຄວາມໝາຍສຳຄັນສຳລັບບັນດາຝ່າຍ; ພ້ອມທັງໃຫ້ຮູ້ວ່າ: ໃນອາຍຸການຂອງຕົນ, ດ້ວຍຖານະເປັນປະທານ EP, ທ່ານຈະເຮັດທຸກສິ່ງທຸກຢ່າງທີ່ທ່ານສາມາດເຮັດໄດ້ ເພື່ອລົງນາມ ແລະ ໃຫ້ສັດຕະຍາບັນ.
 (ແຫຼ່ງຄັດຈາກ VOV)

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

Top