• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະ,ເຈລະຈາກັບບັນດາການນຳ ສ. ເຊັກໂກ


ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ​ລະ​ຫວ່າງ ການ​ນຳ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ
 
      ​ວັນ​ທີ 12/4, ຢູ່​ນະ​ຄອນຫຼວງ ປ​ຣາ​ຮາ, ໄດ້​ດຳ​ເນີນ​ພ​ິ​ທີ​ຕ້ອນ​ຮັບ​ທ່າ​ນ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄປ​ຢ້ຽມ​ຢາມ​ສ​ຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ສ. ເຊັກ​ໂກ ຢ່າງ​ເປັນ​ທາງ​ການ. ທີ່​ກາ​ນ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ ເຊັກ​ໂກ Milan Stech ໄດ້ເຫັນ​ດີ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ​ຄວນ​ສືບ​ຕໍ່​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາຫຼາຍ​ຝ່າຍ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທ​ດ​ເປັນ​ສະ​ມາ​ຊິກ​ຄື IPU, ASEP, ພ້ອ​ມ​ກັນ​ນັ້ນ, ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ. ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານ​ປະ​ທານ​ສະ​ພາ​ສູງ Milan Stech ເປັນ​ປະ​ທານ​ການ​ປະ​ຊຸມ​ຂ່າວ, ໃນ​ນັ້ນ​ຢັ້ງ​ຢືນ 2 ຝ່າຍ​ລ້ວນ​ແຕ່​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ກ່ຽວ​ກັບຫຼາຍ​ຂົງ​ເຂດ​ທີ່​ໄດ້​ປຶກ​ສາ​ຫາ​ລື ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຂອງ 2 ຝ່າຍ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ:
        “ຂ້າ​ພະ​ເຈົ້າ ແລະ ປະ​ທານ​ສະ​ພາ​ສູງ ສ. ເຊັກ​ໂກ ມີ​ການ​ເຈ​ລະ​ຈາ​ຢ່າງ​ກົງ​ໄປ​ກົງ​ມາ, ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເອົາ​ໃຈ​ໃສ່. ມີ​ບັນ​ຫາ​ໜຶ່ງ​ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ດີ​ເປັນ​ເອ​ກະ​ພາບຢັ້ງ​ຢືນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສ. ເຊັກ​ໂກ ແມ່ນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ​ເປັນເພື່ອນ​ມິດ​ມາ​ແຕ່​ດົນ​ນານ ແລະ ດີ​ງາມ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​​ເປັນ​ເພື່ອນ​ມິດ​ທີ່​ດີ​ກັບ​ປະ​ຊາ​ຊົນ ເຊັກ​ໂກ ແລະ ຢາກ​ໃຫ​້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ກາຍ​ເປັນ​ການ​ຮ່ວມ​ມື​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ”
        ສ່ວນທ່ານ​ປະ​ທານ​ສະ​ພາ​ສູງ ເຊັກ​ໂກ Milan Stech ປາດ​ຖະ​ໜາ​ຢາກ​ໃຫ້ ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ເຊັກ​ໂກ​ລົງ​ທຶນເຂົ້າ ຫວຽດ​ນາມ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ 2 ຝ່າຍ.
        ກ່ອນ​ໜ້ານັ້ນ, ໃນ​ວັນ​ທີ 12/4, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Milos Zeman ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Bohyslav Sobotka. 
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top