• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບປະທານສະພາແຫ່ງຊາດສະຫະພັນ ໄມໂຄຼນິເຊຍ Wesley W.Sim

ຕອນບ່າຍວັນທີ 5 ມິຖຸນາ, ທີ່ຫໍສະພາແຫ່ງຊາດ, ພິທີຕ້ອນຮັບທ່ານ Wesley W.Simina ປະທານສະພາແຫ່ງຊາດສະຫະພັນ ໄມໂຄຼນິເຊຍ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສະຫະພັນ ໄມໂຄຼນິເຊຍ ຖືກຈັດຂຶ້ນຢ່າງສົມກຽດ ໂດຍການເປັນປະທານຂອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.
 
ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະທ່ານ Wesley W.Simina ປະທານສະພາແຫ່ງຊາດສະຫະພັນ ໄມໂຄຼນິເຊຍ

ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ໄມໂຄຼນິເຊຍ; ຂໍສະແດງຄວາມຂອບອົກຂອບໃຈ ໄມໂຄຼນິເຊຍ ຢ່າງຈິງໃຈ ທີ່ໄດ້ໃຫ້ການສະໜັບສະໜູນ ຫວຽດນາມ ກາຍເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009. ກ່ຽວກັບການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ສະເໜີ 2 ຝ່າຍ ຈົ່ງຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ ສປຊ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ບັນຫາທະເລຕາເວັນອອກແມ່ນຜົນປະໂຫຍດລວມຂອງບັນດາປະເທດທັງໝົດ; ພ້ອມທັງ ຢັ້ງຢືນເຈດຈຳນົງ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຮັກສາການພົວພັນມິດຕະພາບກັບບັນດາປະເທດໃນພາກພື້ນ, ແກ້ໄຂບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ( UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.

        ກ່ຽວກັບການພົວພັນລະຫວ່າງ 2 ສະພາແຫ່ງຊາດ, ການນຳ 2 ທ່ານ ໄດ້ເຫັນດີເປັນເອກະພາບສົ່ງເສີມ ແລະ ສົມທົບນຳກັນ ຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍຄື: ສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF), … ໃນໄລຍະຈະມາເຖິງ, 2 ຝ່າຍຈະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຂັ້ນ ແລະ ການພົບປະແລກປ່ຽນຂອງປະຊາຊົນ. ສ້າງຕັ້ງບັນດາກົນໄກຮ່ວມມື ແລະ ເຈລະຈາ, ກ້າວໄປເຖິງການລົງນາມໃນບັນດາສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ຫຼີກລ້ຽງການເກັບພາສີຊ້ອນ, ການຮ່ວມມືດ້ານເຕັກນິກ….

 (ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top