• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອ ໂຮງງານ Z111

ຕອນເຊົ້າວັນທີ 19 ມີນາ, ຢູ່ແຂວງແທັງຮວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອໂຮງງານ Z111 (19 ມີນາ 1957 – 19 ມີນາ 2022).
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມອບຫຼຽນກາປົກປັກຮັກສາປະເທດຊາດຊັ້ນໜຶ່ງ ໃຫ້ໝູ່ຄະນະໂຮງງານ Z111 (ພາບ: TTXVN)  

 ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ໂຮງງານ Z111 ຄວນຄົ້ນຄ້ວາກໍ່ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນການຄົ້ນຄ້ວາ, ນຳໃຊ້ວິທະຍາສາດເຕັກນິກການທະຫານ, ຊຸກຍູ້ການພັດທະນາອຸດສາຫະກຳປ້ອງກັນຊາດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໃສ່ໃຈວ່າ ກຸ່ມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ຄົ້ນຄ້ວາກໍ່ສ້າງ ແລະ ພັດທະນາອຸດສາຫະກຳປ້ອງກັນຊາດ. ກຳນົດໜ້າທີ່ກໍ່ສ້າງ ແລະ ພັດທະນາອຸດສາຫະກຳປ້ອງກັນຊາດເປັນໂຄງການເປົ້າໝາຍແຫ່ງຊາດ. ທ່ານກ່າວວ່າ:

ບັນດາກະຊວງ, ຂະແໜງການຂັ້ນສູນກາງຄວນເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂຊ່ວຍໃຫ້ກອງທັບຜັນຂະຫຍາຍໜ້າທີ່ພັດທະນາອຸດສາຫະກຳປ້ອງກັນຊາດຕາມທິດເປັນເຈົ້າການ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜະລິດອຸປະກອນນຳໃຊ້ທັງ 2 ຢ່າງ, ທັນສະໄໝ. ເພື່ອປະຕິບັດເປົ້າໝາຍກໍ່ສ້າງອຸດສາຫະກຳປ້ອງກັນຊາດໃຫ້ທັນສະໄໝນັ້ນ, ຕ້ອງຕັ້ງໜ້າ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການນຳໃຊ້ຜົນງານທາງດ້ານວິທະຍາສາດ ເຕັກໂນໂລຢີ, ວິທະຍາສາດເຕັກນິກການປ້ອງກັນຊາດ.

ຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບຫຼຽນກາປົກປັກຮັກສາປະເທດຊາດຊັ້ນໜຶ່ງ ໃຫ້ໝູ່ຄະນະໂຮງງານ Z111.


(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top