• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA, ພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ໄທ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA.

(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມ)

ຕອນຄ່ຳວັນທີ 25 ສິງຫາ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 40 ລັດຖະສະພາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA 40), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA.

        ທີ່ກອງປະຊຸມ, ຄະນະບໍລິຫານງານ AIPA ໄດ້ຮັບຮອງເອົາຂໍ້ສະເໜີແຕ່ງຕັ້ງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ດຳລົງຕຳແໜ່ງຮອງປະທານຄະນະບໍລິຫານງານ AIPA. ຕາມທຳນຽມແລ້ວ, ປະທານ AIPA ປີຕໍ່ໄປຈະໄດ້ຮັບດຳລົງຕຳແໜ່ງເປັນຮອງປະທານຄະນະບໍລິຫານງານ AIPA. ຄະນະບໍລິຫານງານ AIPA ໄດ້ຮັບຮອງເອົາບົດລາຍງານຂອງບັນດາກອງປະຊຸມບັນດາທີ່ປຶກສາ AIPA Caucus ຄັ້ງທີ 10, ບົດລາຍງານການພົບປະຂອງການນຳອາຊຽນ - AIPA ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30 ແລະ ຄັ້ງທີ 34, ບົດລາຍງານໝາກຜົນກອງປະຊຸມຄະນະກຳມະການ AIPA CODD ຄັ້ງທີ 2 ກ່ຽວກັບການປາບປາມ, ຕ້ານຢາເສບຕິດ…. ທີ່ກອງປະຊຸມຄະນະບໍລິຫານງານ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຜ່ານບົດລາຍງານກ່ຽວກັບເລື່ອງ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41 ເຊິ່ງຈະດຳເນີນຢູ່ນະຄອນ ຮ້າລອງ, ແຂວງກວາງນິງ, ຫວຽດນາມ ໃນເດືອນ ສິງຫາ 2020.


(ທ່ານນາງ ຫງວຽນທິກິມເງິນ ພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ບາງກອກ)

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 25 ສິງຫາ, ຢູ່ນະຄອນຫຼວງບາງກອກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ບາງກອກ.

        ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ຍາມໃດພັກ, ລັດ, ສະພາແຫ່ງຊາດຫວຽດນາມ ກໍ່ສະຫງວນຄວາມເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດເຄື່ອນໄຫວຢ່າງສະດວກ, ປະກອບສ່ວນຮັບໃຊ້ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກ່າວວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ພໍ່ແມ່ປະຊາຊົນຈະສືບຕໍ່ເປັນພົນລະເມືອງທີ່ເປັນແບບຢ່າງ, ປະຕິບັດຕາມນະໂຍບາຍ, ກົດໝາຍຂອງປະເທດປະຈຳຖິ່ນ. ເພື່ອໃຫ້ອຳນາດການປົກຄອງປະຈຳຖິ່ນ, ປະຊາຊົນຢູ່ທີ່ນີ້ມີຄວາມໄວ້ເນື້ອເຊື່ອໃຈຕີລາສູງກ່ຽວກັບຊາວຫວຽດນາມ. ພວກເຮົາຖືສັນຊາດໄທ, ແຕ່ຍັງຮັກສາບຸກຄະລິກກະພາບ, ຈິດໃຈ, ວັດທະນະທຳຂອງຊາວຫວຽດນາມ, ແຕ່ຍາມໃດກໍ່ເຊື່ອມຕົວເຂົ້າກັບບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ.”

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top