• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພານິຕິບັນຍັດແຫ່ງຊາດ ໄທ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      ວັນທີ 16 ສິງຫາ, ຄະນະຜູ້ແທນຂັ້ນສູງ ສະພານິຕິບັນຍັດແຫ່ງຊາດ ລາດຊະອານາຈັກໄທ ນຳໂດຍ ທ່ານ ພອນເພັດ ວິຈິດຈົນໃຈ, ປະທານສະພານິຕິບັນຍັດແຫ່ງຊາດ ລາດຊະອານາຈັກໄທ ແລະ ພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ

ປະທານສະພານິຕິບັນຍັດແຫ່ງຊາດ ໄທ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: TTXVN)
      ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13 – 16 ສິງຫາ ດ້ວຍໝາກຜົນອັນຈົບງາມ, ຕາມຄຳເຊີນຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ໃນຂອບເຂດການຢ້ຽມຢາມ, ທີ່ບັນດາການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ບັນດາອົງການວິຊາສະເພາະ ຂອງສອງອົງການນິຕິບັນຍັດຈະຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ລະຫວ່າງສອງລັດຖະບານ ຢ່າງເປັນປະຈຳ, ບັນດາຄະນະຜູ້ແທນສະພາແຫ່ງຊາດສອງປະເທດໄດ້ແບ່ງປັນທັດສະນະ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ ຢ່າງເປັນປະຈຳ, ສອງຝ່າຍແລກປ່ຽນກ່ຽວກັບວຽກຊຸກຍູ້ການເຊັນບົດບັນທຶກຊ່ວຍຈຳໃໝ່ກ່ຽວກັບການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະ ໄທໂດຍໄວ; ຊຸກຍູ້ເລື່ອງລົງນາມໃນຂໍ້ຕົກລົງວ່າດ້ວຍ “ການສ້າງຕັ້ງໂທລະສັບສາຍດ່ວນໃນການເຄື່ອນໄຫວກ່ຽວກັບອາຊີບຫາປາຢູ່ທະເລ”.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top