• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາຕ່ຳຍີ່ປຸ່ນ Tadamori Oshima ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

      ຕອນບ່າຍວັນທີ6/5, ທ່ານປະທານສະພາຕ່ຳ ຍີ່ປຸ່ນ TadamoriOshima ແລະ ພັນລະຍາໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 4-6/5 ຕາມຄຳເຊີນຂອງທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ. ໃນການຢ້ຽມຢາມຫວຽດນາມຄັ້ງນີ້, ທ່ານປະທານສະພາຕ່ຳ ຍີ່ປຸ່ນ ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ເຂົ້າຢ້ຽມຂ່ຳນັບການນຳພັກ, ລັດ ຫວຽດນາມ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ແລະ  ທ່ານປະທານສະພາຕ່ຳ
ຍີ່ປຸ່ນ TadamoriOshima
      ການພົບປະຄັ້ງຕ່າງໆນັ້ນ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດຮ່ວມມືແຮງງານ. ກ່່ຽວກັບການຮ່ວມມືດ້ານການຄ້າ, ທ່ານປະທານສະພາຕ່ຳ ຍີ່ປຸ່ນ ສະເຫນີ ສອງຝ່າຍຄວນປະຕິບັດບັນດາຂໍ້ກຳນົດໃນຂອບເຂດບັນດາສັນຍາການຄ້າມີລັກສະນະທົ່ວໂລກ, ໃນນັ້ນ ມີສັນຍາຄູ່ຮ່ວມມືຂ້າມປາຊີຟີກ ແລະ ປາດຖະຫນາສອງຝ່າຍສືບຕໍ່ປຶກສາຫາລືຊຸກຍູ້ສັນຍານີ້. ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ສອງຝ່າຍຕີລາຄາສູງການຮ່ວມມືລະຫວ່າງສະພາແຫ່ງຊາດ, ສອງກຸ່ມລັດຖະສະພາມິດຕະພາບ ແລະ ບັນດາສະມາຊິກສະພາແຫ່ງຊາດຂອງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ສອງຝ່າຍກໍ່ໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍເຫັນດີເປັນເອກະພາບຕໍ່ການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ເຄົາລົບບັນດາວິວັດການທາງການທູດ ແລະ ນິຕິທຳ, ເຄົາລົບກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top