• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ໄປຮອດ San Francisco, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ APEC 2023

ໃນຂອບເຂດບັນດາເຫດການຂອງສັບປະດາສຸດຍອດ APEC 2023, ທ່ານປະທານປະເທດ ຫວໍວັນເຖືອງ ຈະພ້ອມກັບການນຳບັນດາພື້ນຖານ ເສດຖະກິດ APEC ປຶກສາຫາລືບັນດາບັນຫາເປັນແກ່ນສານສຳລັບເສດຖະກິດ ຂອງໂລກ ແລະ ພາກພື້ນ.
ພິທີຕ້ອນຮັບປະທານປະເທດ ຫວໍວັນເຖືອງ ຢູ່ ສະໜາມບິນສາກົນ San Francisco (ພາບ: TTXVN)

ຕອນເຊົ້າວັນທີ 14 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ San Francisco, ອາເມລິກາ ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມສັບປະດາສຸດຍອດເວທີປາໃສການຮ່ວມມືເສດຖະກິດ ອາຊຽນ - ປາຊີຟິກ (APEC) 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden.

ຕາມແຜນການແລ້ວ, ໃນຂອບເຂດບັນດາເຫດການຂອງສັບປະດາສຸດຍອດ APEC 2023, ທ່ານປະທານປະເທດ ຫວໍວັນເຖືອງ ຈະພ້ອມກັບການນຳບັນດາພື້ນຖານເສດຖະກິດ APEC ປຶກສາຫາລືບັນດາບັນຫາເປັນແກ່ນສານສຳລັບເສດຖະກິດຂອງໂລກ ແລະ ພາກພື້ນ; ຍົກອອກການກຳນົດທິດ ຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ ແລະ ຫຼາຍຂົງເຂດອື່ນໆ.

 ສຳລັບການເຄື່ອນໄຫວສອງຝ່າຍ, ທ່ານປະທານປະເທດ ຫວໍວັນເຖືອງ ຈະມີການພົບປະກັບບັນດາການນຳ ອາເມລິກາ; ເຂົ້າຮ່ວມ ແລະ ກ່າວປາໄສ, ແລກປ່ຽນນະໂຍບາຍຢູ່ສະພາການພົວພັນຕ່າງປະເທດອາເມລິກາ (CFR). ທ່ານປະທານປະເທດຍັງຈະພົບປະກັບບັນດາການນຳຂອງບາງບໍລິສັດ ແລະ ກຸ່ມບໍລິສັດແຖວໜ້າຂອງ ອາເມລິກາ...

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top