• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບລາງວັນ Vin Future

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານປະເທດ ຫວໍວັນເຖືອງ ສະແດງຄວາມເຊື່ອໝັ້ນວ່າ: ແຕ່ລະໂຄງການໄດ້ເຊີດຊູທີ່ພິທີມອບລາງວັນ Vin Future ແມ່ນຄວາມມຸ່ງຫວັງໃຫຍ່ສຳລັບຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນໃນໂລກນັບຕື້ຄົນ.
ທ່ານປະທານປະເທດ ຫວໍວັນເຖືອງ ມອບລາງວັນໃຫ້ບັນດານັກວິທະຍາສາດ (ພາບ: Thống Nhất – TTXVN )

ຕອນຄ່ຳວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີປະຈຳປີທົ່ວໂລກ Vin Future ຄັ້ງທີ 3, ໂດຍກອງທຶນ Vin Future ສ້າງຂຶ້ນ, ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດານັກວິທະຍາສາດດີເດັ່ນ, ມີບາດກ້າວກະໂດດຂັ້ນ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມຂອງມວນມະນຸດ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານປະເທດ ຫວໍວັນເຖືອງ  ສະແດງຄວາມເຊື່ອໝັ້ນວ່າ: ແຕ່ລະໂຄງການໄດ້ເຊີດຊູທີ່ພິທີມອບລາງວັນ Vin Future ແມ່ນຄວາມມຸ່ງຫວັງໃຫຍ່ສຳລັບຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນໃນໂລກນັບຕື້ຄົນ.

ຕາມທ່ານປະທານປະເທດແລ້ວ, ເພື່ອຫັນຄວາມມຸ່ງຫວັງພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ, ຫວຽດນາມ ຄວນປຸກລຸກບັນດາແຫຼ່ງກຳລັງ, ຜ່ານຜ່າບັນດາສິ່ງທ້າທາຍ, ໃນນັ້ນ, ມີບັນດາສິ່ງທ້າທາຍທົ່ວໂລກ ແລະ ບັນດາບັນຫາພາຍໃນ ທີ່ຄວນໄດ້ຮັບການແກ້ໄຂ. ໃນເສັ້ນທາງນັ້ນ, ວິທະຍາສາດເຕັກໂນໂລຊີ ໄດ້ຮັບຄວາມຕັ້ງຫວັງຈະສ້າງການພັດທະນາກະໂດດຂັ້ນດ້ານເສດຖະກິດ, ສັງຄົມ, ເພີ່ມສະມັດຕະພາບການອອກແຮງງານ, ຫັນໂຄງປະກອບເສດຖະກິດ, ຍົກສູງຄວາມສາມາດບົ່ມຊ້ອນແຫ່ງຊາດ ແລະ ການພັດທະນາຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ:

“ຂ້າພະເຈົ້າເຊື່ອໝັ້ນວ່າ: ໃນວິວັດການພັດທະນາ, ການເຂົ້າຮ່ວມທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ການຮັບ ແລະ ສືບທອດບັນດາຜົນງານດ້ານພູມປັນຍາ ແລະ ວິທະຍາສາດທີ່ກ້າວໜ້ານັ້ນ, ພວກຂ້າພະເຈົ້າຍາມໃດກໍ່ມີການຮ່ວມເດີນທາງ, ສາມັກຄີ, ຮ່ວມມື, ແບ່ງປັນ ແລະ ສະໜັບສະໜູນຂອງເພື່ອນມິດທີ່ກ້າວໜ້າໃນໂລກ. ບັນດາມາດຕະການດ້ານວິທະຍາສາດທີ່ມີຜົນປະໂຫຍດ ຍາມໃດກໍ່ແມ່ນບົດຮຽນທີ່ດີສຳລັບ ຫວຽດນາມ. ປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ ຈະມີການປະກອບສ່ວນຫຼາຍກ່ວາໃຫ້ແກ່ພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າຊົມເຊີຍບັນດານັກວິທະຍາສາດ ທີ່ມາຈາກທຸກແຖບຖິ່ນໃນໂລກໄດ້ ມາ ຫວຽດນາມ. ຂ້າພະເຈົ້າຂໍສະແດງຄວາມຍິນດີນຳບັນດານັກວິທະຍາສາດໄດ້ຮັບການເຊີດຊູໃນມື້ນີ້”.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

50ປີຜ່ານມາ, ພະນັກງານ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ລຸ້ນຕ່າງໆ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດ ຫວຽດນາມ - ລາວ.

Top