• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມກອງບັນຊາການທະຫານພິເສດ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບຂອງກຳລັງທະຫານພິເສດ ຢູ່ເຫຼົ່າຮົບ ທະຫານພິເສດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2023), ຕອນເຊົ້າວັນທີ 18 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບຂອງກຳລັງທະຫານພິເສດ ຢູ່ເຫຼົ່າຮົບ ທະຫານພິເສດ.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຊີ້ແຈ້ງໜ້າທີ່ຂອງກອງທັບເວົ້າລວມ ແລະ ທະຫານພິເສດເວົ້າສະເພາະແມ່ນຍາມໃດກໍ່ແກ້ໄຂທຸກສະພາບການໃຫ້ມີປະສິດທິຜົນສູງສຸດ. ທ່ານເວົ້າວ່າ:

“ພວກເຮົາມີແຜນນະໂຍບາຍປົກປັກຮັກສາປະເທດຊາດນັບແຕ່ຫົວທີ,ແຕ່ຍາມໃດກໍ່ກຽມພ້ອມຮັບມືກັບທຸກສະພາບການ. ດັ່ງນັ້ນ, ຂ້າພະເຈົ້າຊົມເຊີຍບັນດານັກຮົບ ທີ່ຝຶກອົບຮົມຢ່າງມີປະສິດທິຜົນ ແລະ ມີຄວາມເມົາມົວ. ຊົມເຊີຍບັນດານັກຮົບຝຶກອົບຮົມໃຫ້ເປັນຢ່າງດີ”.

ທ່ານປະທານປະເທດ ເຊື່ອໝັ້ນວ່າ ເຫຼົ່າຮົບທະຫານພິເສດ ຈະສ້າງຫຼາຍຜົນງານກ່ວາອີກ, ສົມເປັນກຳລັງຍອດຢ້ຽມຂອງກອງທັບປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top