ຂ່າວສານ
ປະທານປະເທດ ຫງວຽນຊວນຟຸກ: ໂຮງຮຽນນາຍທະຫານ ການເມືອງຕ້ອງເປັນກຳລັງຫຼັກແຫຼ່ງສຳລັບໜ້າທີ່ການທະຫານ, ປ້ອງກັນປະເທດ ແລະ ກໍ່ສ້າງກອງທັບ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຄຳຊົມເຊີຍເຖິງບັນດານາຍທະຫານ, ພະນັກງານ, ນັກຮົບທົ່ວກອງທັບ. ທ່ານປະທານປະເທດ ຕີລາຄາວ່າ, ໃນ 46 ປີຜ່ານມາ, ບັນດາພະນັກງານ, ນັກຮົບ, ນັກຮຽນໃນໂຮງຮຽນ ບັນລຸໄດ້ບັນດາຜົນງານຮອບດ້ານ, ດີເດັ່ນ. ທ່ານປະທານປະເທດຊີ້ນຳໂຮງຮຽນຄວນປ່ຽນໃໝ່ທາງດ້ານຫຼັກສູດ, ເນື້ອໃນ ແລະ ວິທີການສອນ, ຮັບປະກັນມາດຖານຄວາມຮູ້ ແລະ ທັກສະ. ໂຮງຮຽນນາຍທະຫານການເມືອງ ຕ້ອງເປັນໜຶ່ງໃນບັນດາກຳລັງຫຼັກແຫຼ່ງໃນການຄົ້ນຄວ້າ, ສະຫຼຸບ, ເຮັດແຈ້ງພື້ນຖານທິດສະດີ, ພຶດຕິກຳ ແລະ ໝູນໃຊ້ ທັດສະນະ, ແນວທາງຂອງພັກ ເຂົ້າໃນການເພີ່ມທະວີການນຳພາສຳລັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະ ກໍ່ສ້າງກອງທັບ ໃນສະພາບ ການໃຫມ່.
(ແຫຼ່ງຄັດຈາກ VOV)