• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ”

      ຕອນເຊົ້າວັນທີ 24 ກຸມພາ (ວັນທີ 9 ບຸນເຕັດ), ທີ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ບຸນເຕັດປີຈໍ 2018.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມວັນບຸນ ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ
(ພາບ: TTXVN)
     ນີ້ແມ່ນການເຄື່ອນໄຫວເພື່ອແນະນຳບັນດາຈຸດວັດທະນະທຳ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງ 54 ຊົນເຜົ່າຢູ່ທຸກແຖບຖິ່ນຂອງປະເທດຊາດ. ວັນບຸນໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າເຈົ້າກົກເຈົ້າເຫຼົ່າ, ຜູ້ຊົງຄຸນວຸດທິປັນຍາຊົນທີ່ດີເດັ່ນ, ນັກສິລະປະການຂອງ 21 ປະຊາຄົມຊົນເຜົ່າທີ່ມາຈາກ 14 ແຂວງ, ນະຄອນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ, ບັນດາຜູ້ແທນສືບຕໍ່ໂຄສະນາ, ຂົນຂວາຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ໃຫ້ເປັນຢ່າງດີ; ປະຕິບັດວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ປະກອບສ່ວນສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ. ທ່ານປະທານປະເທດເຈີ່ນດ້າຍກວາງ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ໝູ່ຄະນະຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ປະຕິບັດບັນດາມາດຕະການແກ້ໄຂ, ວຽກງານລະອຽດ, ແທດຈິງເພື່ອໜູນຊ່ວຍປະຊາຊົນບັນດາເຜົ່າໃນການພັດທະນາເສດຖະກິດ, ສັງຄົມ, ການສຶກສາ, ວັດທະນະທຳ, ສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top