• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງພົບປະກັບນັກຮຽນທີ່ ປະສົບກັບຄວາມຫຍຸ້ງຍາກພິເສດ

ຕອນເຊົ້າວັນທີ 18 ມິຖຸນາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບນັກຮຽນປະສົບກັບຄວາມຫຍຸ້ງຍາກພິເສດ ທີ່ມາຈາກ 14 ແຂວງ, ນະຄອນໃນທົ່ວປະເທດ.


ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບນັກຮຽນປະສົບກັບຄວາມຫຍຸ້ງຍາກພິເສດ 

(ພາບ:Nhan Sang/TTXVN)

ນີ້ແມ່ນບັນດາແບບຢ່າງດີເດັ່ນໃນທົ່ວປະເທດ ທີ່ມີນ້ຳໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸຜົນງານດີເດັ່ນໃນການສຶກສາຮ່ຳຮຽນ, ບຳລຸງສ້າງ ແລະຝຶກຝົນຫຼໍ່ຫຼອມຄຸນສົມບັດໃນບັນດາສົກຮຽນຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍ້ອງຍໍຊົມເຊີຍ ນັກຮຽນ 70 ຄົນ, ເຖິງວ່າ ຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ຍັງມານະພະຍາຍາມສູ້ຊົນ, ຜ່ານຜ່າ ແລະບືນຕົວຂຶ້ນຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ກາຍເປັນນັກຮຽນເກັ່ງໃນຫຼາຍປີລຽນຕິດ. ທ່ານປະທານປະເທດໄດ້ຝາກຄຳຂອບອົກຂອບໃຈເຖິງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງພາຍໃນ ແລະ ສາກົນ ທີ່ໄດ້ມີການປະກອບສ່ວນອັນລ້ຳຄ່າໃຫ້ ຄັງອຸປະກາລະເດັກຫວຽດນາມ; ຊົມເຊີຍສະພາຊ່ວຍເຫຼືອ ຄັງອຸປະກາລະເດັກຫວຽດນາມ, ຄະນະການນຳ, ພະນັກງານ ຄັງອຸປະກາລະເດັກຫວຽດນາມ ດ້ວຍທິດນຳ “ສຸດອົກສຸດໃຈ, ໂປ່ງໃສ, ທັນການ, ພ້ອມກັນເຂົ້າຮ່ວມ” ໄດ້ມີບັນດາການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປົກປ້ອງ, ເບິ່ງແຍງດູແລ ແລະ ສິດສອນເດັກ.

 (ແຫຼ່ງຄັດຈາກ VOV)


ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top